ພາບປະກອບ: TTXVN |
ຢູ່ອາຊີຕາເວັນອອກສ່ຽງໃຕ້, ລາວ ຄາດວ່າຈະເປີດປະຕູໃນຂອບເຂດທົ່ວປະເທດນັບແຕ່ຕົ້ນເດືອນພຶດສະພາເປັນຕົ້ນໄປ. ສຳລັບລະບຽບການອະນຸຍາດໃຫ້ເຂົ້າເມືອງ ກໍຈະຄືກັນກັບກ່ອນໄລຍະເກີດໂລກລະບາດ ແລະ ຈະປະກອບເພີ່ມໃບຢັ້ງຢືນການສັກວັກຊິນກັນພະຍາດໂຄວິດ - 19 ຄົບຕາມຈຳນວນ ແລະ ມີຜົນກວດເປັນລົບ ກ່ອນທີ່ຈະເຂົ້າເມືອງ ເພື່ອບໍ່ຕ້ອງປະຕິບັດການແຍກຕົວ.
ສ່ວນຢູ່ ກຳປູເຈຍ ໄດ້ຕັດສິນໃຈຍົກເລີກຂໍ້ກຳນົດບັງຄັບໃຫ້ໃສ່ຜ້າອັດປາກ -ດັງຢູ່ສະຖານທີ່ສາທາລະນະ.
ຢູ່ ມາເລເຊຍ, ທ່ານລັດຖະມົນຕີກະຊວງສາທາລະນະສຸກ Khairy Jamaluddin ແຈ້ງໃຫ້ຊາບວ່າ ໄດ້ຜ່ອນຜັນບັນດາມາດຕະການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ນັບແຕ່ວັນທີ 27 ເມສາ ນີ້.
ສ່ວນຢູ່ ຫວຽດນາມ, ນັບແຕ່ເວລາ 16 ໂມງຂອງວັນທີ 26 ເມສາ ຫາເວລາ 16 ໂມງຂອງວັນທີ 27 ເມສາ, ຫວຽດນາມ ໄດ້ຢັ້ງຢືນມີຜູ້ຕິດເຊື້ອໂຄວິດ - 19 ໃໝ່ 8.004 ຄົນ. ດັ່ງນັ້ນ ມາຮອດປັດຈຸບັນ, ຫວຽດນາມ ມີຜູ້ຕິດເຊື້ອໂຄວິດ - 19 ລວມທັງໝົດ 10.631.516 ຄົນ, ໃນນັ້ນມີຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິແມ່ນ 9.163.132 ຄົນ.

