ພາບປະກອບ: ກະຊວງສາທາລະນະສຸກ ຫວຽດນາມ |
ຕາມເວັບໄຊສະຖິຕິ worldometers.info ແລ້ວ, ນັບແຕ່ເວລາ 1 ໂມງຂອງວັນທີ 2 ຕຸລາ (ຕາມເວລາ UTC), ໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ກ່ວາ 235 ລ້ານຄົນ, ໃນນັ້ນມີຜູ້ເສນຊີວິດ 4,8 ລ້ານຄົນ. ອາເມລິກາ, ອິນເດຍ ແລະ ບຣາຊິນ ຍັງແມ່ນ 3 ປະເທດ ໄດ້ຮັບຜົນສະທ້ອນຫຼາຍກວ່າໝູ່ຢູ່ ໃນໂລກ, ອາເມລິກາມີຜູ້ເສຍຊີວິດ ແມ່ນເກືອບ 179.000 ຄົນ, ບຣາຊິນ ກ່ວາ 597.000 ຄົນ ແລະ ອິນເດຍ ແມ່ນກ່ວາ 448.600 ຄົນ.
ໂດຍກ່ຽວຂ້ອງເຖິງ ບັນຫາວັກຊິນ, ຕາມບົດລາຍງານຂອງ ອົງການສຶກສາ, ວິທະຍາສາດ ແລະ ວັດທະນະທຳ ຂອງ ສປຊ (UNESCO) ແລ້ວ, ພາກພື້ນ ອາເມລິກາ ລາຕິນ ແລະ Caribe ຕ້ອງຜະລິດວັກຊິນຕ່າງຫາກ ເພື່ອຜ່ານຜ່າໂລກລະບາດໂຄວິດ - 19. ປະລິມານວັກຊິນກັນໂຄວິດ - 19 ຂອງບໍລິສັດການຢາ ໃນທົ່ວໂລກ ຍັງຈຳກັດ ເຮັດໃຫ້ ມີຄວາມຊັກຊ້າໃນຂັ້ນຕອນການຮັບປະກັນເວລາມອບຮັບວັກຊິນຕາມສັນຍາທີ່ໄດ້ ລົງນາມ. ດັ່ງນັ້ນ, ຕາມ UNESCO ແລ້ວ, ຕ້ອງຮອດປີ 2022 ອາເມລິກາ ລາຕິນ ຈຶ່ງສາມາດປະຕິບັດສຳເລັດການສັກວັກຊິນໃຫ້ ປະຊາກອນ ໄດ້ 70%.

