ໄລ່ຮອດຕອນເຊົ້າວັນທີ 16 ມິຖຸນາ, ທົ່ວໂລກຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດກວ່າ 177,3 ລ້ານຄົນ, ໃນນັ້ນ ມີຜູ້ເສຍຊີວິດຫຼາຍກວ່າ 3,8 ລ້ານຄົນ. ປະເທດທີ່ຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດຍັງຄົງແມ່ນ ອາເມລິກາ, ຖັດຈາກນັ້ນ ແມ່ນ ອິນເດຍ ແລະ ບຣາຊິນ.
ຖ້າໄລ່ຕາມອັດຕາປະຊາກອນ, ເປຣູ ແມ່ນປະເທດທີ່ມີອັດຕາຜູ້ເສຍຊີວິດສູງສຸດ, ໃນຈຳນວນປະຊາກອນ 100.000 ຄົນ ໃດ ຈະມີ 573 ຄົນ ເສຍຊີວິດ. ຖັດຈາກນັ້ນ ແມ່ນ ຮຸງກາຣີ ແລະ Bosnia-Herzegovina.
ພະນັກງານການແພດ ຝລັ່ງ ຂົນສົ່ງຄົນເຈັບຕິດເຊື້ອໂຄວິດ - 19 (ພາບ: Reuters) |
ສະເພາະຢູ່ ຫວຽດນາມ, ຕອນບ່າຍວັນທີ 16 ມິຖຸນາ, ກະຊວງສາທາລະນະສຸກ ຫວຽດນາມ ໃຫ້ຮູ້ວ່າ ໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລາຍໃໝ່ຕື່ມອີກ 176 ກໍລະນີ, ອັນໄດ້ຍົກຍອດຈຳນວນຜູ້ຕິດເຊື້ອຢູ່ ຫວຽດນາມ ຂຶ້ນເປັນ 11.480 ກໍລະນີ, ໃນນັ້ນ ມີ 4.543 ກໍລະນີ ໄດ້ຮັບການປິ່ນປົວຫາຍດີແລ້ວ ແລະ ມີ 61 ກໍລະນີ ເສຍຊີວິດ.

