(ພາບປະກອບ: Expats) |
ເປັນອັນວ່າ, ຄາດວ່າ ໃນເດືອນ 9 ຈະມາເຖິງນີ້, ປະເທດນີ້ ຈະສາມາດຫຼຸດຜ່ອນການເອື່ອຍອີງແຫຼ່ງອາຍແກັດຈາກ ລັດເຊຍ ໄດ້ 1/3 ເທົ່າ. ທ່ານໃຫ້ຮູ້ວ່າ ລັດຖະບານ ຈະຕ້ອງຮັບປະກັນຄວາມຕ້ອງການອາຍແກັດໃນຮາກຖານສະສົມແຫ່ງຕ່າງໆ, ເມື່ອມີເຕັມແລ້ວ ຈະໜູນຊ່ວຍຄວາມຕ້ອງການນຳໃຊ້ໃນໄລຍະ ແຕ່ 1 ຫາ 2 ເດືອນ ຈະມາເຖິງ. ເລື່ອງເຊົ່າບັນດາຮາກຖານສະສົມຢູ່ຕ່າງປະເທດ ອາດຈະເສຍງົບປະມານນັບລ້ານ ເອີໂຣ ຕໍ່ປີ, ເຖິງຢ່າງໃດກໍຕາມຕົວເລກຊັດເຈນ ຍັງບໍ່ທັນໄດ້ປະກາດເທື່ອ.
ຕາມບົດລາຍງານ, ການສະສົມອາຍແກັດຢູ່ ສ.ເຊັກໂກ ໃນປັດຈຸບັນ ໄດ້ປະມານ 77% ແລ້ວ ແລະ ອາດຈະຕອບສະໜອງຄວາມຕ້ອງການບໍລິໂພກຮອດເດືອນມັງກອນ ປີ 2023. ເລື່ອງເພີ່ມແຫຼ່ງສະສົມຈາກຮາກຖານໃໝ່ຢູ່ ໂຮນລັງ ຊ່ວຍປະເທດນີ້ສາມາດແກ່ຍາວຮອດເດືອນ ມີນາ 2023.
ຫາຍດັງ - ນັກຂ່າວ VOV ປະຈຳ ສ.ເຊັກໂກ

