ເຫດບຸກໂຈມຕີການກໍ່ການຮ້າຍທີ່ເກີດຂຶ້ນຢູ່ນະຄອນຫລວງ Kabul (ພາບ: TTXVN)

ສະພາຄວາມໝັ້ນຄົງ ສປຊ ກໍ່ເນັ້ນໜັກເຖິງຄວາມສຳຄັນຂອງເລື່ອງນຳຕົວການ, ບັນດາອົງການ ຫຼື ບຸກຄົນອຸປະກະລະ ແລະ ສະໜອງການເງິນໃຫ້ບັນດາການກະທຳກໍ່ການຮ້າຍດັ່ງກ່າວ ຂຶ້ນສານຍຸຕິທຳ, ພ້ອມທັງ ກະຕຸກຊຸກຍູ້ບັນດາປະເທດຈົ່ງຮ່ວມມືຢ່າງຕັ້ງໜ້າກັບລັດຖະບານ ອາບການິດສະຖານ ກໍ່ຄືວົງການເຈົ້າໜ້າທີ່ ທີ່ກ່ຽວຂ້ອງໃນບັນຫານີ້.

ໃນຂະນະນັ້ນ, ກ່າວຄຳເຫັນທີ່ນະຄອນຫລວງ Addis Ababa ຂອງ Ethiopia, ທ່ານເລຂາທິການໃຫຍ່ ສະຫະປະຊາຊາດ Antonio Guterres ສະແດງຄວາມສາມັກຄີກັບລັດຖະບານ ແລະ ຊາວ ອາບການິດສະຖານ, ພ້ອມທັງ ຢືນຢັນວ່າ ບັນດາເຫດບຸກໂຈມຕີຢ່າງຊະຊາຍແນໃສ່ສາມັນຊົນຢູ່ Kabul ແມ່ນການກະທຳລະເມີດສິດທິມະນຸດ ແລະ ກົດໝາຍວ່າດ້ວຍມະນຸດສະທຳສາກົນ.