ສານສູງສຸດ ອັງກິດ (ພາບ: Euronews/TTXVN)

ຕາມກົນໄກຈັດແບ່ງສິດອຳນາດເຊິ່ງ Scotland ພວມປະຕິບັດ, ສິດອຳນາດໃນການອະນຸມັດຕໍ່ການຈັດຕັ້ງການເອົາຄວາມເຫັນຂອງປະຊາຊົນກ່ຽວກັບບັນຫາເອກະລາດຂອງເຂດດິນແດນໃດໜຶ່ງ ແມ່ນຂຶ້ນກັບ ສະພາແຫ່ງຊາດ ອັງກິດ. ດັ່ງນັ້ນ, ລັດຖະສະພາເຂດ Scotland ບໍ່ມີສິດອຳນາດເພື່ອປະຕິບັດໜ້າວຽກນີ້.

ອຳນາດການປົກຄອງ ອັງກິດ ເຊິ່ງແມ່ນອົງການຕິດຕາມກວດກາບັນດາບັນຫາລັດຖະທຳມະນູນໃນທົ່ວປະເທດ ຍາມໃດກໍປະຕິເສດການມອບສິດອຳນາດໃຫ້ແກ່ອຳນາດການປົກຄອງເຂດ Scotland ຈັດຕັ້ງການເອົາຄວາມເຫັນຂອງປະຊາຊົນກ່ຽວກັບບັນຫາແຍກເຂດອອກເປັນເອກະລາດ. ລອນດອນ ຢັ້ງຢືນວ່າ ໝາກຜົນຂອງການເອົາຄວາມເຫັນຂອງປະຊາຊົນປີ 2014 ດ້ວຍ ອັດຕາ 55% ປະຊາຊົນ Scotland ຄັດຄ້ານການແຍກອອກເປັນເອກະລາດນັ້ນ ແມ່ນຄຳຕອບທີ່ມີຄຸນຄ່າໃຫ້ທັງຍຸກສະໄໝ.