ການນັບບັດຢູ່ ລັດ Pennsylvania (ພາບ: The Guardian/Getty Images) |
ກ່ອນໜ້ານັ້ນ, ສານຂັ້ນຕ່ຳກວ່າ ໄດ້ອອກຄຳຕັດສິນປະຕິເສດໃບຮ້ອງຟ້ອງຂອງຄະນະຂົນຂວາຍຫາສຽງເລືອກຕັ້ງຂອງທ່ານປະທານາທິບໍດີ Donald Trump. ຄຳຕັດສິນສຸດທ້າຍຂອງສານສູງສຸດຢູ່ລັດ Pennsylvania ອາດຈະສົ່ງຜົນກະທົບຕໍ່ບັດເລືອກຕັ້ງຢູ່ທົ່ວລັດ.
ໃນເຫດການທີ່ກ່ຽວຂ້ອງ, ໃນວັນດຽວກັນ, ທ່ານ Brad Raffensperger - ເລຂາລັດ Georgia ຖືວ່າ ໝາກຜົນຂອງການເຄື່ອນໄຫວນັບບັດຄືນ ພວມໄດ້ຮັບການດຳເນີນຢູ່ລັດນີ້ ບໍ່ສາມາດປ່ຽນແປງໄຊຊະນະຂອງຜູ້ສະໝັກເລືອກຕັ້ງພັກປະຊາທິປະໄຕ Joe Biden ໃນການເລືອກຕັ້ງປະທານາທິບໍດີ ອາເມລິກາ ຄັ້ງນີ້ໄດ້.
ປັດຈຸບັນ, ຄະນະຂົນຂວາຍຫາສຽງເລືອກຕັ້ງຂອງທ່ານ Donald Trump ກໍພວມຊັ່ງຊາຕໍ່ຄຳຮຽກຮ້ອງນັບບັດຢູ່ລັດ Wisconsin ຄືນໃໝ່.

