ໂດຍ​ສືບ​ຕໍ່​ກອງ​ປະ​ຊຸມ​ວິ​ສາ​ມັນ​ຄັ້ງ​ປະ​ຖົມ​ມະ​ເລິກ, ຕອນ​ເຊົ້າ​ວັນ​ທີ 6 ສິງ​ຫາ, ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ XVI ໄດ້​ປຶກ​ສາ​ຫາ​ລື​ເປັນ​ກຸ່ມ​ກ່ຽວ​ກັບ​ການ​ສ້າງ​ນະ​ຄອນ​ກ໋​ວາງ​ນິງ, ນະ​ຄອນ​ບັກ​ນິງ, ແຜນ​ນະ​ໂຍ​ບາຍ​ລົງ​ທຶນ​ໂຄງ​ການ​ລົງ​ທຶນ​ກໍ່​ສ້າ​ງ​ເສັ້ນ​ທາງ​ອ້ອມ​ຮອບ​ຕົວ​ເມືອງ​ເລກ 5 - ເຂດ​ນະ​ຄອນຫຼວງ​ຮ່າ​ໂນ້ຍ; ການ​ປັບ​ປຸງ​ແຜນ​ນະ​ໂຍ​ບາຍ​ລົງ​ທຶນ​ໂຄງ​ການ​ກໍ່​ສ້າງ​ເສັ້ນ​ທາງ​ລົດ​ໄຟ​ລາວ​ກາຍ - ຮ່າ​ໂນ້ຍ - ຫ໋າ​ຍ​ຝ່ອງ. ຢູ່ນອກກອງ​ປະ​ຊຸມ, ບັນ​ດາ​ສະ​ມາ​ຊິກ​ຖື​ວ່າ ນີ້​ແມ່ນ​ນະ​ໂຍ​ບາຍ​ຊີ້​ຂາດ​ສຳ​ຄັນ, ​ແນ​ໃສ່​ສ້າງແລວນ​ິ​ຕິ​ກຳ​ເພື່ອ​ຊຸກ​ຍູ້​ການ​ເຊື່ອມ​ຕໍ່​ເຂດ, ເຊື່ອມ​ຕໍ່​ພາກ​ພື້ນ, ຈາກ​ນັ້ນກໍ່​ປະ​ກອບ​ສ່ວນ​ສຳ​ຄັນ​ເຂົ້າ​ໃນການ​ຫັນ​ເປົ້າ​ໝາຍ​ການ​ເຕີບ​ໂຕ​ສອງ​ຕົວ​ເລກ​ໃຫ້​ປະ​ກົດ​ຜົນ​ເປັນ​ຈິງ. ທ່ານ ຫງວຽນ​ແມັ້ງ​ຮຸ່ງ ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດຄະ​ນະ ເກິ່ນ​ເທີ, ໃຫ້​ຂໍ້​ສັງ​ເກດ​ວ່າ:

ເລື່ອ​ງ​ພວກ​ເຮົາ​ມີ​ນະ​ຄອນ​ໃໝ່​ຕື່ມ​ອີກ ແລະ ໄດ້​​ນຳໃຊ້​ບັນ​ດາ​ກົນ​ໄກ​ນະ​ໂຍ​ບາຍ​ພິ​ເສດ​ກ່ຽວ​ກັບ​ເສດ​ຖະ​ກິດ, ການ​ເງິນ, ການ​ວາງ​ແຜນ​ກຳ​ນົດ, ທີ່​ດິນ ຈະ​ຊ່ວຍ​ໃຫ້ບັນ​ດາ​ນະ​ຄອນ​ໃໝ່​ມີ​​ຂອບ​ນິ​ຕິ​ກຳ​ບຸກ​ທະ​ລຸ​ເພື່ອ​ອາດ​ສາ​ມາດ​ພັດ​ທ​ະ​ນາ​ສູງກວ່າ. ດ້ວຍຂອບ​ນິ​ຕິ​ກຳ ແລະ ລະ​ບົບ​ກົດ​ໝາຍ​ພວມ​ໄດ້​ຮັບ​ການ​ປັບ​ປຸງ​ຢ່າງ​ໂປ່ງ​ໃສຄື​ແນວ​ນັ້ນ ການ​ປະ​ຕິ​ບັດ​ແມ່ນ​ຂັ້ນ​ຕອນທີ່​ສຳ​ຄັນ​

ສ່ວນ​ທ່ານນາງ ຫງວຽນ​ທູ​ຮ່າ, ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ຄະ​ນະ​ແຂວງ ກ໋​ວາງ​ນິງ ຖື​ວ່າ ການ​ເປີດກວ້າງ ແລະ ສ້​້າງ​ພື້ນ​ຖານ​ໂຄງລ່າວ​ພິ​ເສດ ຄື​ເສັ້ນ​ທາງ​ອ້ອມ​ຮອບ​ຕົວ​ເມືອງ​ເລກ 5 - ເຂດ​ນະ​ຄອນຫຼວງ​ຮ່າ​ໂນ້ຍ, ເຊື່ອມ​ຕໍ່ 6 ແຂ​ວງ, ນະ​ຄອນ​ກັບ​ນະ​ຄອນຫຼວງ​ຮ່າ​ໂນ້ຍ​ຈະ​ຊ່ວຍໃຫ້​ກ໋​ວາງ​ນິງ​ການພັດ​ທະ​ນາກວ່່າ, ຂົນ​ສົ່ງ​ສິນ​ຄ້າ​ມີ​ຄວາມ​ລຸ​ລ່ວງ​ສະ​ດວກກວ່າ.