ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ການເຮັດວຽກ (ພາບ: TTXVN) |
ກ່າວຄຳເຫັນທີ່ການເຮັດວຽກ, ທ່ານຮອງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນດຶກຫາຍ, ຫົວໜ້າຄະນະຕິດຕາມກວດກາ, ໄດ້ຕີລາຄາສູງວ່າ ນະຄອນ ຮ່າໂນ້ຍ ປະຕິບັດວຽກງານໄດ້ຈຳນວນຫຼາຍ, ພົ້ນເດັ່ນແມ່ນ ການສ້າງ ແລະ ກວດກາແຜນຜັງແຫ່ງຊາດ ແລະ ແຜນຜັນເຂດ ໄລຍະ 2021 – 2030; ປະຕິບັດການດັດປັບແຜນຜັງໄລຍະ 2011 – 2021 ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການພັດທະນາ; ກວດກາ 18 ແຜນຜັງນຳໃຊ້ທີ່ດິນຂອງ 18 ເມືອງ ໄລຍະ 2021 – 2030 ຕາມຂໍ້ກຳນົດຂອງກົດໝາຍວ່າດ້ວຍທີ່ດິນ…
ທີ່ການເຮັດວຽກ, ມີຜູ້ແທນບາງທ່ານໄດ້ສະເໜີວ່າ ນະຄອນຮ່າໂນ້ຍ ຕ້ອງຮັບປະກັນຄຸນນະພາບຂອງການວາງແຜນຜັງ ແລະ ລັກສະນະສືບທອດໃນສະພາບການທີ່ມີຄວາມຈຳກັດກ່ຽວກັບເວລາ, ຕ້ອງຖືຄຸນນະພາບຂອງອົງການໃຫ້ຄຳປຶກສາໃນການວາງແຜນຜັງ ແລະ ຄຸນນະພາບຂອງອົງການກວດກາ ກໍຄືການພິຈາລະນາຂໍຄຳເຫັນຈາກຊຸມຊົນ, ວົງຄະນະຍາດໃນການວາງແຜນຜັງ.

