Arab Saudi ແລະ 13 ປະ​ເທດ​ຕາ​ເວັນ​ອອກ​ກາງ​ອື່ນ ໄດ້​ຕົກ​ລົງສ້າງ​ຕັ້ງ​ສະ​ຫະ​ພາບ​ປົກ​ປ້ອງ​ຄວາມ​ໝັ້ນ​ຄົງ​ທະ​ເລພິ​ເສດ ແນ​ໃສ່​ປົກ​ປ້ອງ​ຄວາມ​ປອດ​ໄພ​ ໃນ​ບັນາ​ດາ​ສາຍ​ທາງ​ຂົນ​ສົ່ງ​ທະ​ເລ​ຢູ່​ພາກ​ພື້ນ​ຢູ່​ຕາ​ເວັນ​ອອກ​ກາງ. ຂໍ້​ຕົກ​ລົງ​ໄດ້​ຮັບ​ຄວາມ​ເຫັນ​ດີ​ເປັນ​ເອ​ກະ​ພາບ ໃນ​ການ​ປະ​ຊຸມ​ພິ​ເສດ ຈັດ​ຂຶ້ນ​ຢູ່ Riyadh ເມື່ອວ​ັນ​ທີ 30 ກໍ​ລະ​ກົດ. ນອກ​ຈາກ Saudi Arabia, 13 ປະ​ເທດ​ຍັງ​ເຫຼືອ​ໄດ້​ພ​້ມອ​ກັນ​ເຂົ້າ​ຮ່ວມ ​ລວມ​ມີ: Kuwait, Bahrain, Qatar, Pakistan, Jordan, Yemen, Bangladesh, Nigeria, Sudan, Djibouti , Somalia, ຕວກ​ກີ, ແລະ ອີ​ຢີບ.

ສະ​ຫະ​ພາບ​ດັ່ງ​ກ່າວ​ໄດ້​ສ້າງ​ຕັ້ງ​ຂຶ້ນ​ໃນ​ສະ​ພາບ​ຄວາມ​ໝັ້ນ​ຄົງ​ຢູ່​ບັນ​ດາ​ສາຍ​ທາງ​ທະ​ເລ​ສຳ​ຄັນ​ຂອງ​ໂລກ​ຄື ຊ່ອງ​ແຄບ​ທະ​ເລ Hormuz, ທະ​ເລ​ແດງ, ຊ່ອງ​ແຄບ​ທະ​ເລ Bab el-Mandab… ພວມ​ຊົ່ວ​ຮ້າຍ​ລົງ​ຢ່າງ​ຮ້າຍ​ແຮງ, ໃນ​ຂະ​ນະ​ທີ່ ອີ​ຣານ ແລະ ອາ​ເມ​ລ​ິ​ກາ ໄດ້​ບຸກ​ໂຈມ​ຕີ​ບັນ​ດາ​ກຳ​ປັ່ນ​ຂົນ​ສົ່ງ​ສິນ​ຄ້າ​ເປັນຫຼາຍ​ເທື່ອຢູ່ຊ່ອງ​ແຄບ​ທະ​ເລ Hormuz, ພ້ອມ​ກັນ​ນັ້ນ, ກຳ​ລັງ Houthi ຢູ່ Yemen ແລະ ​ບັນ​ດາ​ກຸ່ມ​ປະ​ກອບ​ອາ​ວຸດ​ນິ​ຍົມ ອີ​ຣານ ຢູ່ ອີ​ຣັກ ໄດ້​ບຸກ​ໂຈມ​ຕີ​​ບັນ​ດາ​ຮາກ​ຖານ​ນ້ຳ​ມັນ​ອາຍ​ແກັດ ແລະ ກຳ​​ປັ່ນ​ຂົນ​ສົ່ງ​ນ້ຳ​ມັນ​ຂອງ Saudi Arabia ໃນ​ທະ​ເລ​ແດງຢ່າງ​ລຽນ​ຕິດ.