ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຍີ່ປຸ່ນ ຫວູຮົ່ງນາມ ມີຄວາມພາກພຸມໃຈ ເມື່ອໝາກລີ້ນຈີ ຫວຽດນາມ ໄດ້ວາງຂາຍຢູ່ຮ້ານສັບພະສິນຄ້າ ຍີ່ປຸ່ນ (ພາບ: TTXVN) |
ນີ້ແມ່ນຄຳຢືນຢັນຂອງທ່ານ ຫວູບ໊າຝຸ, ຫົວໜ້າກົມສົ່ງເສີມການຄ້າ (ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ) ໃນກອງປະຊຸມແລກປ່ຽນສິນຄ້າຜະລິດຕະພັນກະເສດ, ສະບຽງອາຫານ ຫວຽດນາມ - ຍີ່ປຸ່ນ ປີ 2021 ໂດຍກົມສົ່ງເສີມການຄ້າ ຈັດຂຶ້ນໃນວັນທີ 2 ມິຖຸນາ ຂຶ້ນຕາມຮູບການທາງອອນລາຍ. ຕາມທ່ານ ຫວູບ໊າຝຸ ແລ້ວ, ກອງປະຊຸມດັ່ງກ່າວ ໄດ້ມີການເຂົ້າຮ່ວມຂອງວິສາຫະກິດເກືອບ 50 ແຫ່ງ ແນະນຳກ່ຽວກັບບັນດາຜະລິດຕະພັນທີ່ດີຂອງ ຫວຽດນາມ ແລະ ເໝາະສົມກັບຄວາມຕ້ອງການຂອງໂຮງຈັກໂຮງງານ ແລະ ຜູ້ບໍລິໂພກອຸປະໂພກ ຍີ່ປຸ່ນ ເຊິ່ງລວມມີ: ຜັກ, ໝາກໄມ້ຊະນິດຕ່າງໆ, ສະບຽງອາຫານແຫ້ງ, ສິນໃນນ້ຳ, ສິນທະເລ ແລະ ເຄື່ອງດື່ມ…. ດັ່ງນັ້ນ, ນີ້ແມ່ນໂອກາດເພື່ອຊ່ວຍໃຫ້ບັນດາຝ່າຍແລກປ່ຽນ, ສຶກສາຄວາມຕ້ອງການ, ກຳລັງຄວາມສາມາດຂອງກັນຕື່ມອີກ ເພື່ອພົວພັນແລກປ່ຽນ ແລະ ລົງນາມໃນສັນຍາສະບັບຕ່າງໆ, ຜ່ານນັ້ນ ກໍ່ເປັນຂົວຕໍ່ນຳຜະລິດຕະພັນກະເສດຂອງ ຫວຽດນາມ ສົ່ງອອກໄປຍັງ ຍີ່ປຸ່ນ.

