“ສ້າງລະບອບລະບຽບການໃຫ້ສຳເລັດ, ປຸກລຸກແຫຼ່ງກຳລັງໃນສັງກາດໃໝ່” ນັ້ນແມ່ນຫົວຂໍ້ຂອງບົດລາຍງານກະແສກົດໝາຍດຳເນີນທຸລະກິດ 2025, ໂດຍສະພາ ການຄ້າ ແລະ ອຸດສາຫະກຳ ຫວຽດນາມ (VCCI) ປະກາດໃນຕອນເຊົ້າວັນທີ 2 ມິຖຸນາ, ຢູ່ຮ່າໂນ້ຍ.
ກ່າວຄຳເຫັນໄຂ, ທ່ານໂຮ່ຊີຮຸ່ງ, ປະທານ VCCI ໃຫ້ຮູ້ວ່າປີ 2025 ປະຊາຄົມວິສາຫະກິດຢັ້ງຢືນວ່າ 5 ກະແສພົ້ນເດັ່ນກ່ຽວກັບກົດໝາຍວ່າດ້ວຍການດຳເນີນທຸລະກິດ, ໃນນັ້ນມີຂີດໝາຍຂອງບັນດານະໂຍບາຍຊີ້ຂາດປະຫວັດສາດກ່ຽວກັບລະບອບລະບຽບການດຳເນີນທຸລະກິດ, ດ້ວຍການກຳເນີດຂອງບັນດາມະຕິຍຸດທະສາດຂອງກົມການເມືອງ, ປ່ຽນແປງໃໝ່ຈິນຕະນາການສ້າງກົດໝາຍ ດ້ວຍ ກົດໝາຍ89 ສະບັບ ໄດ້ຫັນປ່ຽນຢ່າງຈະແຈ້ງໃນຈິນຕະນາການພັດທະນາ, ຈາກການຄຸ້ມຄອງມາຍັງການ ສ້າງສັນ, ຊຸກຍູ້ການປ່ຽນແປງໃໝ່ຢ່າງມີຫົວຄິດປະດິດສ້າງ ແລະ ປຸກລຸກແຫຼ່ງກຳລັງ.
ຜ່ານການສຳຫຼວດ ວິສາຫະກິດໃນຂອບເຂດທົ່ວປະເທດ, ມີເກືອບ 90%ຈຳນວນວິສຫາກິດຕີລາຄາ ການປະຕິບັດລະບຽບການບໍລິຫານແບບທາງໄກງ່າຍດາຍກວ່າ, ປະຢັດເວລາ ແລະ ເງິນໃຊ້ຈ່າຍໄດ້ຫຼາຍກວ່າວິທີເກົ່າ. ເວລາແກ້ໄຂເອກະສານກໍ່ໄດ້ຫຼຸດລົງ, ລະດັບຄວາມໂປ່ງໃສສູງກວ່າ, ການສຳຜັດກັບການບໍລິການກໍ່ສະດວກກວ່າ. ນີ້ແມ່ນໝາກຜົນທີ່ເປັນໜ້າເອກອ້າງທະນົງໃຈ ແລະ ສ່ອງແສງຖືກຕ້ອງຈິດໃຈຮ່ວມເດີນທາງລະຫວ່າງລັດ ແລະ ວິສາຫະກິດ.
