ຕອນ​ບ່າຍ​ວັນ​ທີ 13 ກັນ​ຍາ, ເມື່ອ​ມາ​ຢ້ຽມ​ຢາມ, ເຮັດ​ວຽກ ກັບເຫຼົ່າ​ທັບ​ທະ​ຫານ​ເຮືອ ແລະ ສຳຫຼວດ​ຕົວ​ຈິງ ກອງ​ພັນ​ນ້ອຍ​ກຳ​ປັ່ນ​ດຳ​ນ້ຳ 189, ຢູ່​ຖານ​ທີ່​ໝັ້ນ​ກອງ​ທັບ ກາມ​ແຣງ,ທະຫານ​ເຂດ 4, ແຂວງ​ແຄ້ງ​ຮ​ວ່າ, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິ້ນ​ໄດ້​ຮຽກ​ຮ້ອງ​ເຫຼົ່າ​ທັບ​ຕ້ອງ​ແມ່ນ​ກຳ​ລັງ​ນຳ​ໜ້າ​ໃນ​ທຸກ​ຂົງ​ເຂດ, ກ່ອນ​ອື່ນໝົດ​ແມ່ນ​ໃນ​ການ​ປ​ະ​ຕິ​ບັດ​ໜ້າ​ທີ່​ປົກ​ປັກ​ຮັກ​ສາອ​ະ​ທິ​ປະ​ໄຕ​ທະ​ເລ​ໝູ່​ເກາະ, ພັດ​ທະ​ນາ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີ, ນະ​ວັດ​ຕະ​ກຳ ແລະ ການ​ຫັນ​ເປັນ​ດີ​ຈີ​ຕອ​ນ. ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ສະ​ເໜີ​ເຊື່ອມ​ຊືມ​ຢ່າງ​ເລິກ​ເຊິ່ງ, ກຳ​ແໜ້ນ​ບັນ​ດາ​ແຜນ​ນະ​ໂຍ​ບາຍ​ຂອງ​ພັກ, ນະ​ໂຍ​ບາຍ, ກົດ​ໝາຍ​ຂອງ​ລັດ​ກ່ຽວ​ກັບ​ກອງ​ທັບ, ການ​ປ້ອງ​ກັນ​ຊາດ; ຈຸດ​ສຸມ “ຍຸດ​ທະ​ສາດ​ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ​ໃນ​ສະ​ພາບ​ການ​ໃໝ່”, “ຍຸດ​ທະ​ສາດ​ພັດ​ທະ​ນາ​ເສດ​ຖະ​ກິດ​ທະ​ເລ ຫວຽດ​ນາມ​ແບບ​ຍືນ​ຍົງ​ຈົນ​ຮອດ​ປີ 2030, ວິ​ໄສ​ທັດ​ຮອດ​ປີ 2045”; ປົກ​ປັກ​ຮັກ​ສາອ​ະ​ທິ​ປະ​ໄຕ​ທະ​ເລ, ໝູ່​ເກາະ. ເປັນ​ເຈົ້າ​ການ​ປະ​ສານ​ສົມ​ທົບ​ກັບ​ບັນ​ດາ​ກຳ​ລັງ​ຄົ້ນ​ຄ້​ວາ, ກຳ​ແໜ້ນ​ສະ​ພາບ​ການ, ເປັນ​ເສ​ນາ​ທິ​ການ, ສະ​ເໜີ​ຕໍ່​ພັກ, ລັດ, ຄະ​ນະ​ພັກ​ກອງທັບ​ສູນ​ກາງ, ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ວິ​ທີ​ການ​ແກ້​ໄຂ​ບັນ​ດາ​ກໍ​ລະ​ນີ, ປົກ​ປັກ​ຮັກ​ສາ​ເອ​ກະ​ລາດ, ອະ​ທິ​ປະ​ໄຕ, ເປັນ​ເອ​ກະ​ພາບ ແລະ ຮັກ​ສາຜືນ​ແຜ່ນ​ດິ​ນ, ທະ​ເລ, ໝູ່​ເກາະ​ຂອງ​ປະ​ເທດ​ຊາດຢ່າງ​ຄົບ​ຖ້ວນ​ໂດຍ​ໄວ, ຈາກ​ໄກ, ຮັກ​ສາ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ສັນ​ຕິ​ພາບ, ມີ​ສະ​ຖຽນ​ລະ​ພາບ​ຢູ່​ທະ​ເລ. ທ່ານ​ປະ​ທາ​ນ​ສະ​ພາ​ແຫ່ງ​ຊາດ ຢັ້ງ​ຢືນ​ສະ​ພາ​ແຫ່ງ​ຊາດ, ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ​ຍາມ​ໃດ​ກໍ່​ເອົາ​ໃຈ​ໃສ່, ສ້າງ​ລະ​ບອບ​ລະ​ບຽບ​ການ, ນະ​ໂຍ​ບາຍ, ກົດ​ໝາຍ​ເພື່ອ​ສ້າງເຫຼົ່າ​ທັບ ທະຫານ​ເຮືອ​ປະ​ຕິ​ວັດ, ກອງ​ທັບຫຼວງ, ຍອດ​ຢ້ຽມ,ທັນ​ສະ​ໄໝ​, ພ້ອມ​ກັບ​ປະ​ຊາ​ຊົນ​ໃນ​ທົ່ວ​ປະ​ເທດ​ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ​ຢ່າງ​ໝັ້ນ​ແກ່ນ.