ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ປິດ, ທ່ານ ຫງວຽນ​ແທັງ​ຕິ້ງ, ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງຍ​ຸ​ຕິ​ທຳ ຫວຽດ​ນາມ ຢືນ​ຢັນ​ວ່າ, ເວ​ທີ​ປາ​ໄສ​ກົດ​ໝາຍ ອາ​ຊຽນ 2026 ໄດ້​ປະ​ກອບ​ສ່ວນ​ເຮ​ັດ​ໃຫ້ການ​ຮ່ວມ​ມື​ຂອງ ອາ​ຊຽນ ໃນ​ຂົງ​ເຂດ​ກົດ​ໝາຍ ແລະ ຕຸ​ລາ​ການ​ເລິກ​ເຊິ່ງ​ຂຶ້ນ​ຕ​ື່ມ, ພ້ອມ​ກັນ​ນັ້ນ ເປີດ​ບັນ​ດາ​ທິດ​ເຂົ້າ​ເຖິງ​ໃໝ່​ສຳ​ລັບ​ການ​ຫັນ​ເປັນ​ດີ​ຈີ​ຕອນ ແລະ ຊຸກ​ຍູ້​ນະ​ວັດ​ຕະ​ກຳ​ໃນ​ການ​ສ້າງ ແລະ ຈັດ​ຕັ້ງ​ການ​ປະ​ຕິ​ບັດ​ກົດ​ໝາຍ. ທ່ານ​ສະ​ແດງ​ຄວາມ​ຫວັງ​ວ່າ, ເວ​ທີ​ປາ​ໄສ​ນີ້​ຈະ​ແມ່ນ​ປະ​ຖົມ​ປັດ​ໃຈ​ໃຫ້​ແກ່​ເຄືອ​ຂ່າຍ​ກາ​ນ​ຮ່ວມ​ມື​ດ້ານ​ກົດ​ໝາຍ​ດີ​ຈີ​ຕອນ​ຢ່າງ​ເລິກ​ເຊິ່ງ, ກວ້າງ​ຂວາງ. ບັນ​ດາ​ຂໍ້​ລິ​ເລີມ​ທີ່​ເວ​ທີ​ປາ​ໄສ​ຕ້ອງ​ຫັນ​ເປັນ​ບັນ​ດາ​ຂອບ​ເຂດ​ການ​ຮ່ວມ​ມື, ການ​ກະ​ທຳ​ລະ​ອຽດ​ຢູ່​ພາກ​ພື້ນ.