ວັນ​ທີ 10 ສິງ​ຫາ, ໃນ​ຂອບ​ເຂດກອງ​ປະ​ຊຸມ​ວິ​ສາ​ມັນ​ຄັ້ງ​ປະ​ຖົມ​ມະ​ເລິກ, ສະ​ແຫ່ງ​ຊາດ ຫວຽດ​ນາມ ຊຸດ​ທີ 16 ທີ່ພວມ​ຈັດ​ຂຶ້ນ​ຢູ່ ຮ່າ​ໂນ້ຍ, ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ໄດ້​ປຶ​ກ​ສາ​ຫາ​ລື​ຢູ່​ຫໍ​ປະ​ຊຸມ​ກ່ຽວ​ກັບ​ຮ່າງ​ກົດ​ໝາຍ​ຈຳ​ນວນ​ໜຶ່ງ, ໃນ​ນັ້ນ​ມີ​ຮ່າງ​ກົດ​ໝາຍສະບັບ​ປັບ​ປຸງ, ເພີ່ມ​ເຕີມ​ບາງ​ມາດ​ຕາ​ຂອງ​ກົດ​ໝາຍ​ວ່າ​ດ້ວຍ​ແຮງ​ງານ ຫວຽດ​ນາມ ໄປ​ເຮັດ​ວຽກ​ຢູ່​ຕ່າງ​ປະ​ເທດ​ຕາມ​ສັນ​ຍາ.

ກຳ​ລັງ​ແຮງ​ງານ ຫວຽດ​ນາມ ໄປ​ເຮັດ​ວຽກ​ຢູ່​ຕ່າງ​ປະ​ເທດ​ໄດ້​ຮັບ​ການ​ຕີ​ລາ​ຄາ​ວ່າ​ແມ່ນ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ສຳ​ຄັນ, ພິ​ເສດ​ພາຍ​ຫຼັງ​ເກັບ​ສະສົມ​ທັກ​ສະ, ​ປະ​ສົບ​ການເປັນ​ເວ​ລາ​ຫຼາຍ​ປີ. ເພື່ອບໍ່ເປັນການໃຫ້​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ດັ່ງ​ກ່າວປະເສຍປະສົບການນັ້ນໄປ, ຜູ້​ນຳ​ໃຊ້​ແຮງ​ງານ​ຕ້ອງ​ມີ​ນະ​ໂຍ​ບາຍ, ກົນ​ໄກ​ໜູນ​ຊ່ວຍ, ສົ່ງ​ເສີມ. ທ່ານ ຫງວຽນ​ງອັກ​ເຊີນ, ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດນະ​ຄ​ອນ ຫາຍ​ຟ່ອງ, ປະ​ກອບ​ຄຳ​ເຫັນ​ວ່າ:

“ເລື່ອງ​ເຊື່ອມ​ຕໍ່​ຂໍ້​ມູນ​ວຽກ​ເຮັດ​ງານ​ທຳ​ໃຫ້​ແກ່​ຜ​ູ້ທີ່ໄປອ​ອກ​ແຮງ​ງານ​ຢູ່​ຕ່າງ​ປະ​ເທດ​ເມື່ອກັບ​ເມືອ​ປະ​ເທດນັ້ນ ພຽງ​ແຕ່​ມີ​ລັກ​ສະ​ນະສະ​ເໜີ​ແນະ, ຍັງ​ບໍ່​ທັນ​ຕ​ິດ​ພັນ​ກັບ​ຖານ​ຂໍ້​ມູນ ໃນ​ຂະ​ນະ​ທີ່ນີ້​ຈຶ່ງ​ແມ່ນ​ຂອດ​ຕັດ​ສິນ​ເລື່ອງ​ພວກ​ເຮົາ​ຫັນ​ຜ​ູ້​ອອກ​ແຮງ​ງານ​ຢູ່​ຕ່າງ​ປະ​ເທດ​ທີ່ກັບ​ເມືອ​ປະ​ເທດ​ໃຫ້​ກາຍ​ເປັນ​ແຫຼ່ງ​ທຶນ​ຊັບ​ພະ​ຍາ​ກອນ ຫຼື ປະ​ໃຫ້​ເສຍໄປລ້າໆ. ສະ​ນັ້ນ, ຂ້າ​ພະ​ເຈົ້າ​ສະ​ເໜີ​ເພີ່ມ​ເຕີມ​ເຂົ້າ​ໃນຂອບ​​ກົດ​ໝາຍ​ຕ​່ຳ​ສຸດ​ກ່ຽວ​ກັບ​ກົນ​ໄກ​ພິ​ເສດສະເພາະ, ໜູນ​ຊ່ວຍ​ການ​ບຳ​ລຸງ​ສ້າງ, ໃຫ້​ບຸ​ລິ​ມະ​ສິດ​ກັບ​ຜູ້​ອອກ​ແຮງ​ງານຢ​ູ່​ເຂດ​ຊົນເຜົ່າ​ສ່ວນ​ໜ້ອຍ. ທີ 2 ແມ່ນ, ຫັນ​ໜ້າ​ທີ່​ຄວາມ​ຮັບ​ຜິດ​ຊອບ​ເປັນ​ກົດ​ໝາຍ, ຮັບ​ຮູ້​ທັກ​ສະ​ອາ​ຊີບ​ທີ່​ໄດ້​ສະ​ສົມ​ຢູ່​ຕ່າງ​ປະ​ເທດ​ເຂົ້າ​ໃນ​ຖານ​ຂໍ້​ມູນ, ມີກ​ົນ​ໄກ​ຮັບ​ຮູ້, ຕີ​ລາ​ຄາ​ທັກສະ​ເມື່ອ​ເຂົາ​ເຈົ້າ​ກັບ​ເມືອ​ປະ​ເທດ”.