ທ່ານປະທານປະເທດ ຫງວຽນຊວນຟຸກ ກ່າວຄຳເຫັນທີ່ການເຮັດວຽກ |
ທ່ານປະທານປະເທດຫວຽດນາມ ຫງວຽນຊວນຟຸກ ໄດ້ສະເໜີ ຄະນະການເມືອງພາຍໃນສູນກາງພັກ ສືຍຕໍ່ສ້າງຮ່າງແຜນການໃຫ້ສົມບູນແບບ, ຮັບປະກັນລັກສະນະວິທະຍາສາດ ເພື່ອຍື່ນສະເໜີຕໍ່ກົມການເມືອງໃຫ້ຄຳເຫັນໂດຍໄວ. ການບູລະນະການຈັດຕັ້ງພາລະໜ້າທີ່ຂອງຄະນະຊີ້ນຳ ສອດຄ່ອງກັບພຶດຕິກຳຕົວຈິງ ແລະ ໜ້າທີ່ ແມ່ນເງື່ອນໄຂສຳຄັນຊ່ວຍໃຫ້ຄະນະຊີ້ນຳເຮັດສຳເລັດໜ້າທີ່ຊຶ່ງພັກ, ລັດ ແລະ ປະຊາຊົນມອບໝາຍໃຫ້ເປັນຢ່າງດີ, ປະຕິບັດຖືກຕາມເນື້ອໃນຈິດໃຈມະຕິ, ແຜນນະໂຍບາຍ, ລັດຖະທຳມະນູນ, ກົດໝາຍ, ສ້າງຂີດໝາຍທີ່ແຂງແຮງໃນການປະຕິຮູບດ້ານຕຸລາການ

