ນັກສຶກສາຮຽນວິຊາຊີບ

ພາບ:nhandan

ພາຍຫລັງຜັນຂະຫຍາຍມາເປັນເວລາ 3 ປີ, ດ້ວຍ ຍອດຈຳນວນທຶນ 39 ຕື້ດົງ, ໂຄງການໄດ້ຫນູນຊ່ວຍໂຮງຮຽນ 2 ແຫ່ງດັ່ງກ່າວ ປ່ຽນໃຫມ່ສະພາບແວດລ້ອມການສອນວິຊາຊີບມີຄຸນນະພາບ ແລະ ສອດຄ່ອງກັບການກຳນົດທິດຂອງຕະຫລາດ. ນອກຈາກບັນດາທັກສະໃນອາຊີບແລ້ວ, ນັກສຶກສາ ຍັງໄດ້ຮຽນທັກສະພື້ນຖານກ່ຽວກັບຄວາມປອດໄພໃນການອອກແຮງງານ ແລະ ການດຳລົງຊີວິດທີ່ຈຳເປັນເພື່ອພັດທະນາຕົນເອງ ແລະ ພ້ອມແລ້ວເພື່ອເຮັດວຽກ. ທ່ານນາງ Sharon Kane, ຜູ້ອຳນວຍການແຫ່ງຊາດຂອງອົງການ Plan International ຫວຽດນາມ ໃຫ້ຮູ້ວ່າ:

“ຜ່ານໂຄງການນີ້ ພວກຂ້າພະເຈົ້າເຫັນໄດ້ວ່າ ພວກເພື່ອນ ຊາວຫນຸ່ມທີ່ປະສົບກັບຄວາມຫຍຸ້ງຍາກ ມີຄວາມຕ້ອງການສູງໃນເລື່ອງປາດຖະຫນາຢາກໄດ້ເຂົ້າຮ່ວມບັນດາຊຸດຮຽນວິຊາຊີບທີ່ມີຄຸນນະພາບສູງ. ຜ່ານນັ້ນ ພວກຂ້າພະເຈົ້າຊ່ວຍໃຫ້ພວກນ້ອງມີກາລະໂອກາດໄດ້ຮຽນວິຊາຊີບ, ສ້າງລາຍຮັບ ແລະ ປ່ຽນແປງຊີວິດອັນດີງາມກວ່າໃຫ້ແກ່ພວກນ້ອງ ແລະ ຄອບຄົວ.”