ທ່ານ ປະທານາທິບໍດີ Maithripala Sirisena (ພາບ: TTXVN)

ບັນດາຜູ້ພິພາກສາໄດ້ຍົກອອກຄໍາຕັດສິນດັ່ງກ່າວພາຍຫຼັງພິຈາລະນາໃບຮ້ອງຟ້ອງຂອງບາງພັກການເມືອງ, ໃນນັ້ນ ມີ 03 ພັກໃຫຍ່ຄື ພັກສາມັກຄີຊົນຊາດ (UNP) ຂອງທ່ານອະດີດນາຍົກລັດຖະມົນຕີ Ranil Wickremesinghe, ພັກຝ່າຍຄ້ານສໍາພັນ Tamil ແຫ່ງຊາດ (TNA) ແລະ ພັກຝ່າຍຊ້າຍ ແນວໂຮມປົດປ່ອຍປະຊາຊົນ (JVP) ທີ່ມີສ່ວນກ່ຽວຂ້ອງເຖິງລັດຖະດໍາລັດດັ່ງກ່າວ. ພ້ອມກັນນັ້ນ, ບັນດາຜູ້ພິພາກສາໄດ້ຮຽກຮ້ອງຄະນະກໍາມະການເລືອກຕັ້ງຂອງປະເທດນີ້ ຢຸດຕິບັນດາຂັ້ນຕອນກະກຽມຂອງການເລືອກຕັ້ງກ່່ອນກໍານົດ ໃນວັນທີ 5 ມັງກອນ 2019.