ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງວັນ​ຊາດ ສ.ກາ​ຊັກ​ສະ​ຖານ, ວັນ​ທີ 25 ຕຸ​ລາ, ທ່ານ ໂຕ​ເລິມ ​ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ຫວຽດ​ນາມ ໄດ້​ສົ່ງ​ສານອວຍ​ພອນ​ໄປ​ຍັງ​ທ່ານ​ Kassym-Jomart Tokayev ປະ​ທາ​ນາ​ທິ​ບໍ​ດີ, ທ່ານ​ນາ​ຍົ​ກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ໄດ້​ສົ່ງ​ສາ​ນອວຍ​ພອນ​ໄປ​ຍັງ​ທ່ານນາ​ຍົ​ກ​ລັດ​ຖະ​ມົນ​ຕີ Olzhas Bektenov, ທ່ານ​ເຈິ່ນ​ແທັງ​ເໝິນ ປະ​ທານ​ສະ​ພາ​ແຫ່ງ​ຊາດ ໄດ້​ສົ່ງ​ສານ​ອວຍ​ພອນ​ໄປ​ຍັງ​ທ່ານ ປະ​ທານ​ສະ​ພາ​ແຫ່ງ​ຊາດ Aibek Dadebay. ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ທ່ານ ເລ​ຮ່​ວາຍ​ຈຸງ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ໄດ້​ສົ່ງ​ສານ​ອວຍ​ໄປ​ຍັງ​ທ່ານ Mukhtar Tileuberdi ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ.