ທ່ານນາງ ສູນທອນ ໄຊຍະຈັກ ກຳມະການສູນກາງພັກ, ຫົວໜ້າຄະນະການຕ່າງປະເທດສູນກາງພັກປະຊາຊົນປະຕິວັດລາວ. (ພາບ: TTXVN) |
ນີ້ແມ່ນຄຳຢັ້ງຢືນຂອງທ່ານນາງ ສູນທອນ ໄຊຍະຈັກ ກຳມະການສູນກາງພັກ, ຫົວໜ້າຄະນະການຕ່າງປະເທດສູນກາງພັກປະຊາຊົນປະຕິວັດລາວເມື່ອຕອບສຳພາດຕໍ່ນັກຂ່າວຂອງສຳນັກຂ່າວສານ ຫວຽດນາມ ປະຈຳ ລາວ ກ່ຽວກັບໝາກຜົນຂອງການຢ້ຽມຢາມສັນຖະວະໄມຕີລາວຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຟູຈ້ອງ.
ທ່ານນາງ ສູນທອນ ໄຊຍະຈັກ ໃຫ້ຮູ້ຕື່ມອີກວ່າ: ການເຈລະຈາ ລະຫວ່າງ ເລຂາທິການໃຫຍ່, ປະທານປະເທດຂອງສອງປະເທດ, ກໍ່ຄືການພົບປະ ແລະ ເຮັດວຽກກັບທ່ານນາຍົກລັດຖະມົນຕີ ລາວ ທອງລຸນ ສີສຸລິດ ແລະ ທ່ານນາງ ປະທານສະພາແຫ່ງຊາດ ປານີ ຢາທໍ່ຕູ້, ທັງສອງຝ່າຍລ້ວນແຕ່ຢັ້ງຢືນວ່າ ຈະສືບຕໍ່ຮັກສາ, ເພີ່ມພູນຄູນສ້າງ ແລະ ພັດທະນາເພື່ອມູນເຊື້ອອັນດີງານ ແລະ ສາຍພົວພັນແບບພິເສດທີ່ຫາຍາກ, ບໍລິ

