.jpg)
ທ່ານປະທານ Fidel Castro ຍາມໃດ
ກໍ່ສະຫງວນອາລົມຈິດພິເສດໃຫ້ແກ່ ຫວຽດນາມ
(ພາບເອກະສານ: TTXVN)
ຫວຽດນາມ ແລະ ກູບາ ມີສາຍພົວພັນຖານອ້າຍນ້ອງອັນສະໜິດຕິດພັນກັນ ເຊິ່ງໄດ້ຮັບການສ້າງຕັ້ງ ແລະ ພັດທະນາໃນຕະຫຼອດ 50 ປີຜ່ານມາ. ໃນຕະຫຼອດໄລຍະສົງຄາມ, ຍາມໃດ ກູບາ ກໍ່ສະໜັບສະໜູນ ຫວຽດນາມ ທັງດ້ານວັດຖຸ ແລະ ຈິດໃຈ. ໃນຕະຫຼອດຊຸມປີ 60 ແລະ 70 ເມື່ອປະເທດຍັງປະສົບກັບຄວາມຫຍຸ້ງຍາກນັ້ນ, ມີນັກສຶກສາ ຫວຽດນາມ 1000 ກວ່າຄົນ ໄດ້ຮັບທຶນສຶກສາມາຮຳ່ຮຽນຢູ່ ກູບາ. ສຳລັບອະດີດນັກສຶກສານັ້ນ, ຮູບພາບປະທານ Fidel Castro ຍາມໃດກໍ່ຝັງເລິກຢູ່ໃນໃຈຂອງເຂົາເຈົ້າຕະຫຼອດ. ປ້າ ຫງວຽນທິໂລກ, ຜູ້ທີ່ເຄີຍຮຽນຢູ່ ກູບາ ໃນຊຸມປີ 1960, ໄດ້ແບ່ງປັນດ້ວຍຄວາມສະເທືອນໃຈວ່າ:
“ເມື່ອໄດ້ຮັບຂ່າວປະທານ Fidel Castro ເຖິງແກ່ມໍລະນະກຳ, ພວກຂ້າພະເຈົ້າຮູ້ສຶກໂສກເສົ້າເສຍດາຍຄືດັ່ງຍາດຕິພີ່ນ້ອງໃນຄອບຄົວຂອງຕົນໄດ້ລ່ວງລັບໄປ. ເຖິງວ່ານີ້ ແມ່ນກົດເກັນທຳມະຊາດ, ແຕ່ພວກຂ້າພະເຈົ້າຍັງຮູ້ສືກໂສກເສົ້າ ແລະ ມັນໄດ້ເຮັດໃຫ້ພວກຂ້າພະເຈົ້າຫວນຄືນຊຸມປີເດືອນທີ່ໄດ້ດຳລົງຊີວິດ ແລະ ຮຳ່ຮຽນຢູ່ La Havana“.
ທ່ານ ຫງວຽນວັນບັກ, ຜູ້ທີ່ເຄີຍຮຳ່ຮຽນ ແລະ ເຮັດວຽກຢູ່ ກູບາ ໃນຊຸມປີ 70 ກໍ່ໄດ້ແບ່ງປັນຄວາມໃນໃຈສູ່ຟັງວ່າ:
“ປະທານ Fidel Castro ໄດ້ມີຄວາມເອົາໃຈໃສ່ບໍ່ພຽງແຕ່ໃຫ້ປະຊາຊົນ ກູບາ ເທົ່ານັ້ນ, ຫາກຈຸດປະສົງຂອງເພິ່ນແມ່ນນຳມາເຊິ່ງຄວາມສະເໝີພາບໃຫ້ປະຊາຊົນທຸກຄົນ. ດັ່ງນັ້ນ Fidel Castro ບໍ່ພຽງແຕ່ແມ່ນແບບຢ່າງທີ່ດີເດັ່ນໃຫ້ແກ່ປະຊາຊົນ ກູບາ ເທົ່ານັ້ນ, ຫາກໃຫ້ທັງຫຼາຍປະເທດຢູ່ໃນໂລກອີກດ້ວຍ, Fidel Castro ເປັນສັນຍາລັກແຫ່ງຄວາມສາມັກຄີ, ເຕົ້າໂຮມມະຫາຊົນ ແລະ ການເສຍສະຫຼະອັນພິລະອາດຫານເພື່ອສິດຜົນປະໂຫຍດຂອງທຸກຄົນ. ສຳລັບຫວຽດນາມ, ກູບາ ມີອາລົມຈິດພິເສດ, ປະທານ Fidel Castro ໄດ້ມີຄຳເວົ້າອະມະຕະທີ່ຂ້າພະເຈົ້າບໍ່ສາມາດລືມໄດ້ ນັ້ນແມ່ນ: “ເພື່ອ ຫວຽດນາມ, ກູບາພ້ອມແລ້ວທີ່ຈະສະຫງວນທັງເລືອດເນື້ອຂອງຕົນ“
