ຊາວ ຝຣັ່ງ ນັບຫລາຍພັນຄົນໄດ້ມາຢືນລຽນແຖວຕໍ່ໜ້າວັງ Invalides, ສະຖານທີ່ວາງໂລງສົບທ່ານ Jacquesc Chirac ເພື່ອເຂົ້າຮ່ວມພິທີໄຫວ້ອາໄລ. ສຳລັບເຂົາເຈົ້າແລ້ວ, ທ່ານ Jacquesc Chirac ແມ່ນບຸກຄົນທີ່ມີບຸກຄະລິກກະພາບອັນຍິ່ງໃຫຍ່, ເປັນການນຳທີ່ໃກ້ຊິດກັບປະຊາຊົນ.
ວັນທີ 30 ກັນຍາ, ພິທີສົບລະດັບຊາດອະດີດປະທານາທິບໍດີ ຝຣັ່ງ Jacquesc Chirac ຈະດຳເນີນຢູ່ໂບດ Saint-Sulpice ທີ່ນະຄອນຫລວງ ປາຣີ ຢ່າງເປັນທາງການ ດ້ວຍການເຂົ້າຮ່ວມຂອງທ່ານປະທານາທິບໍດີ ຝຣັ່ງ Emmanuel Macron ພ້ອມດ້ວຍປະມຸກລັດຫລາຍສິບທ່ານ, ໃນນັ້ນ ມີປະທານາທິບໍດີ ລັດເຊຍ, ປະທານາທິບໍດີ ອີຕາລີ ແລະ ປະທານາທິບໍດີ ເຢຍລະມັນ.
