ຢູ່​ວັດຜາ​ໂອ, ນະ​ຄອນຫຼວງ​ພະ​ບາງ, ລາວ ວັນ​ທີ 22 ສິງ​ຫາ, ສູນ​ກກາງສະຫະພັນຊາວ​ໜຸ່ມຫວຽດ​ນາມ ປະ​ສານ​ສົມ​ທົບ​ກັບ​ບັນ​ດາ​ຫົວ​ໜ່ວຍ​ທີ່​ກ່ຽວ​ຂ້ອງ​ຈັດ​ລາຍ​ການກວດ​ປິ່ນ​ປົວ​ພະ​ຍາດ, ແຈກ​ຢາຍ​ຢຸກ​ຢາ​ໂດຍ​ບໍ່​ເສຍ​ຄ່າ​ ແລະ ມອບ​ຂອງ​ຂວັນ​ໃຫ້​ແກ່​ບັນ​ດາ​ຄູ​ບາ, ພະ​ສົງ, ພ້ອມ​ກັບ​ເດັກ​ນ້ອຍ​ປະ​ສົບ​ກັບ​ຄວາມ​ຫຍຸ້ງຍ​າກ​ໃນ​ບໍ​ລິ​ເວນ​ນະ​ຄອນ. ນີ້​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ການ​ເຄື່ອນ​ໄຫວ​ຈຸດ​ສຸມ​ຂຶ້ນ​ກັບ​ການ​ເດີນ​ທາງ “ຂ້າ​ພະ​ເຈົ້າຮັກ​ປະ​ເທດ​ຕົນ” ປີ 2026 ໂດຍ​ສູນ​ກາງ​ສະ​ຫະພັນ​ຊາວ​ໜຸ່ມ ຫວຽດ​ນາມ ລິເລີ່ມ, ເພື່ອ​ແນ​ໃສ່​ໜູນ​ຊ່ວຍ​ວັດ​ຖຸ​ອຸ​ປະ​ກອນ​ການ​ແພດ, ແບ່ງ​ປັນ​ຄວາມ​ຫຍຸ້ງ​ຍາກ ກັບ​ຊຸມ​ຊົນ​ທ້ອງ​ຖິ່ນ, ຜ່ານ​ນັ້ນ​ສະ​ແດງ​ຈິດ​ໃຈ​ຕະ​ລຸນ​ບອນ, ຮັກ​ແພງ​ເຊິ່ງ​ກັນ​ແລະ​ກັນ​ຂອງ​ຊາວ​ໜຸ່ມ ຫວຽດ​ນາມ ຕໍ່​ປະ​ເທດ​ລາວ.