ຕອນ​ຄ່ຳ​ວັນ​ທີ 12 ສິງ​ຫາ, ໃນ​ຂອບ​ເຂດ​ການ​ຢ້ຽມ​ຢາມ​ທາ​ງ​ລັດ​ຖະ​ກິດ​ຢູ່​ນິວ​ຊີ​ແລັນ, ທ່ານ ໂຕ​ເລິມ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປ​ະ​ເທດ​ຫວຽດ​ນາມ ໄດ້​ພົບ​ປະ​ກັບ​ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ນິ​ວ​ຊີ​ແລັນ ແລະ ບັນ​ດາ​ປະ​ເທດເກາະ​ຢູ່​ປາ​ຊີ​ຟິກ​ໃຕ້. ທີ່​ການ​ພົບ​ປະ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທາ​ນ​ປະ​ເທດ ໂຕ​ເລິມ ໄດ້​ແຈ້ງ​ໃຫ້ຊາບ​ກ່ຽວ​ກັບ​ສະ​ພາບ​ການ​ພາຍ​ໃນ​ປະ​ເທດ, ໃນ​ນັ້ນ​ໃຫ້​ຮູ້​ວ່າ ຫວຽດ​ນາມ​ວາງ​ເປົ້າ​ໝາຍ​ກາຍ​ເປັນ​ປະ​ເທດ​ພັດ​ທະ​ນາ​ໃນ​ປີ 2045. ໂດຍ​ເຊື່ອ​ໝັ້ນ​ຕໍ່​ເປົ້າ​ໝາ​ຍ​ນຳ​ຫວຽດ​ນາມ ກາຍ​ເປັນ​ປະ​ເທດ​ພັດ​ທະ​ນາ​ໃນ​ປີ 2045, ເອື້ອຍ ຫງວຽນ​ລາມ​ຢາງ, ຫົວ​ໜ້າ​ໜ່ວຍ​ງານການ​ພົວ​ພັນ​ຕ່າງ​ປະ​ເທດ​ພາກ​ພື້ນ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ແລະ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ເໜືອ​ຂອງ ມະ​ຫາ​ວິ​ທະ​ຍາ​ໄລ Waikato New Zealand ທັງ​ເປັນ​ປະ​ທານ​ຂອງ​ເຄືອ​ຂ່າຍ​ປັນ​ຍາ​ຊົນ ຫວຽດ​ນາມ ຢູ່​ນິວ​ຊີ​ແລັນ ໃຫ້​ຮູ້​ວ່າ:

ຂ້າ​ພະ​ເຈົ້າ​ຫວັງ​ວ່າ​ພາຍ​ຫ​ລັງ​ການ​ຢ້ຽມ​ຢາມ​ຄັ້ງ​ນີ້, ບັນ​ດາ​ໂອ​ກາດ​ຮ່ວມ​ມື​ໃນ​ຂົງ​ເຂດ​ການ​ສຶກ​ສາ, ການຄົ້ນ​ຄ້​ວາ​ນະ​ວັດ​ຕະ​ກຳຈະ​ໄດ້​ອຳ​ນວຍ​ຄວາມ​ສະ​ດວກ​ເພື່ອ​ອາດ​ສາ​ມາດ​ພັດ​ທະ​ນາຫຼາຍກວ່າ ແລະ ສ້າງ​ໂອ​ກາດ​ເພື່ອ​ບັນ​ດາ​ປັນ​ຍາ​ຊົນ​ໜຸ່ມ​ຫວຽດ​ນາມ ​ທີ່ພວມ​ດຳ​ລົງ​ຊີ​ວິດ ແລະ ຮ່ຳ​ຮຽນ​ຢູ່​ນິວ​ຊີ​ແລັນ ​ມີ​ໂອ​ກາດ​ຕື່ມ​ອີກ.