ມະ​ຕິ​ເລກ​ທີ 23-NQ/TW ກ່ຽວ​ກັບ​ວຽກ​ງານ​ຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ຕ່າງ​ປະ​ເທດ ​ໂດຍ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູ​ນິດ ​ຫວຽດ​ນາມ ​ປະ​ກາດ​ໃຊ້​ ໄດ້​ຮັບ​ຄວາມສົນ​ໃຈ ແລະ ສະ​ໜັບ​ສະ​ໜູນ​ຢ່າງ​ຕັ້ງ​ໜ້າຈາກ​ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ສະ​ຫະ​ພັນລັດ​ເຊຍ. ທ່ານ ເຈິ່ນ​ຝູ​ທ້ວນ, ຮອງ​ປະ​ທານ​ທັງ​ເປັນ​ເລ​ຂາ​ທິ​ການ​ໃຫຍ່ ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ສະ​ຫະ​ພັນ​ລັດ​ເຊຍ ໃຫ້​ຂໍ້​ສ​ັງ​ເກດ​ວ່າ:

ມະ​ຕິ​ເລກ​ທີ 23 ມີ​ບັນ​ດາ​ການ​ປ່ຽນ​ແປງ​ສຳ​ຄັນ. ທີ​ໜຶ່ງ, ຫຼັກ​ແຫຼ່ງ​ແມ່ນ​ກຳ​ນົດ​ທີ່​ຕັ້ງ​ບົດ​ບາດ, ແຫຼ່ງ​ກຳ​ລັງ​ຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ຕ່າງ​ປະ​ເທດ. ກ່ອນ​ນັ້ນ​ແມ່ນ​ແຫຼ່ງ​ກຳ​ລັງ​ສຳ​ຄັນ, ປັດ​ຈຸ​ບັນ​ແມ່ນ​ແຫຼ່ງ​ກຳ​ລັງ​ສຳ​ຄັນ​ຍຸດ​ທະ​ສາດ. ໃນ​ເມື່ອ​ກ່ອນ, ພວກ​ເຮົາ​ກຳ​ນົດ​ຄວາມໝາຍຂອງຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ຕ່າງ​ປະ​ເທດ ​ແມ່ນ​ພາກ​ສ່ວນທີ່​ບໍ່​ສາ​ມາດ​ຕັດ​ແຍກ​ອອກ​ຈາກ​ກຸ່ມ​ກ້ອນ​ມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ. ມະ​ຕິ​ເລກ​ທີ 23 ກຳ​ນົດ​ ​ຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ແຫຼ່ງ​ກຳ​ລັງ​ສຳ​ຄັນ​ທີ່​ສຸດ​ເພື່ອ​ຊ່ວຍໃຫ້​ການ​ພັດ​ທະ​ນາ​ຂອງ​ປະ​ເທດ​ຊາດ.

ສຳລັບມະ​ຕິ​ເລກ​ທີ 23, ຊາວ​ຫວຽດ​ນາມ​ອາ​ໄສຢູ່​ສະ​ຫະ​ພັນລັດ​ເຊຍ ເວົ້າ​ສະ​ເພາະ ແລະ ໃນ​ທົ່ວ​ໂລກ ​ເວົ້າ​ລວມ ​ຈະ​ມີ​ການ​ປະ​ກອບ​ສ່ວນ​ສຳ​ຄັນ​ຍິ່ງ​ຕໍ່​ພາ​ລະ​ກິດ​ແຫ່ງ​ການ​ພັດ​ທະ​ນາ​ປະ​ເທດ​ຊາດ​ໃນ​ໄລ​ຍະ​ໃໝ່.