ມະຕິເລກທີ 23-NQ/TW ກ່ຽວກັບວຽກງານຊາວຫວຽດນາມອາໄສຢູ່ຕ່າງປະເທດ ໂດຍກົມການເມືອງສູນກາງພັກກອມມູນິດ ຫວຽດນາມ ປະກາດໃຊ້ ໄດ້ຮັບຄວາມສົນໃຈ ແລະ ສະໜັບສະໜູນຢ່າງຕັ້ງໜ້າຈາກປະຊາຄົມຊາວຫວຽດນາມ ອາໄສຢູ່ສະຫະພັນລັດເຊຍ. ທ່ານ ເຈິ່ນຝູທ້ວນ, ຮອງປະທານທັງເປັນເລຂາທິການໃຫຍ່ ສະຫະພັນບັນດາອົງການຊາວຫວຽດນາມອາໄສຢູ່ສະຫະພັນລັດເຊຍ ໃຫ້ຂໍ້ສັງເກດວ່າ:
ມະຕິເລກທີ 23 ມີບັນດາການປ່ຽນແປງສຳຄັນ. ທີໜຶ່ງ, ຫຼັກແຫຼ່ງແມ່ນກຳນົດທີ່ຕັ້ງບົດບາດ, ແຫຼ່ງກຳລັງຊາວຫວຽດນາມອາໄສຢູ່ຕ່າງປະເທດ. ກ່ອນນັ້ນແມ່ນແຫຼ່ງກຳລັງສຳຄັນ, ປັດຈຸບັນແມ່ນແຫຼ່ງກຳລັງສຳຄັນຍຸດທະສາດ. ໃນເມື່ອກ່ອນ, ພວກເຮົາກຳນົດຄວາມໝາຍຂອງຊາວຫວຽດນາມອາໄສຢູ່ຕ່າງປະເທດ ແມ່ນພາກສ່ວນທີ່ບໍ່ສາມາດຕັດແຍກອອກຈາກກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ. ມະຕິເລກທີ 23 ກຳນົດ ຊາວຫວຽດນາມອາໄສຢູ່ຕ່າງປະເທດແມ່ນໜຶ່ງໃນບັນດາແຫຼ່ງກຳລັງສຳຄັນທີ່ສຸດເພື່ອຊ່ວຍໃຫ້ການພັດທະນາຂອງປະເທດຊາດ.
ສຳລັບມະຕິເລກທີ 23, ຊາວຫວຽດນາມອາໄສຢູ່ສະຫະພັນລັດເຊຍ ເວົ້າສະເພາະ ແລະ ໃນທົ່ວໂລກ ເວົ້າລວມ ຈະມີການປະກອບສ່ວນສຳຄັນຍິ່ງຕໍ່ພາລະກິດແຫ່ງການພັດທະນາປະເທດຊາດໃນໄລຍະໃໝ່.
