ລາຍການຕ້ອນຮັບບຸນເຕັດປີກຸນ ຢູ່ ອີຢີບ |
ທ່ານ ເຈີນແທ່ງກົງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອີຢີບ ໃຫ້ຮູ້ວ່າ:
“ຂ້າພະເຈົ້າມີຄວາມປິຕິຊົມຊື່ນເມື່ອເຫັນວ່າ ພໍ່ແມ່ຊາວຫວຽດນາມ ແລະ ເພື່ອນມິດ ອີຢີບ ໄດ້ມາຮ່ວມເປັນຈຳນວນຫລວງຫລາຍ. ສຳລັບຊາວຫວຽດນາມ ຢູ່ຫ່າງໄກກັບບ້ານເກີເມືອງນອນ ເຫດການນີ້ໄດ້ຊ່ວຍໃຫ້ເຂົາເຈົ້າປຸກລຸກນ້ຳໃຈຮັກຊາດ.”
ໃນຂະນະນັ້ນ ຢູ່ ອານເຊຣີ ຕອນບ່າຍວັນທີ 1 ກຸມພາ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອານເຊຣີ ໄດ້ລົງຢ້ຽມຢາມ ມອບຂອງຂວັນບຸນເຕັດໃຫ້ກຳມະກອນ ຊາວຫວຽດນາມ ພວມເຮັດວຽກຢູ່ ໂຄງການ Tipaza ຂຶ້ນກັບ ແຂວງ Tipaza ຫ່າງຈາກນະຄອນ ຫລວງ Algiers ປະມານ 80 ກິໂລແມັດ.

