ເຫດວາງລະເບີດຢູ່ອີຢິບ

(ພາບ: AFP)

ພ້ອມທັງສະແດງຄວາມປາດຖະໜາວ່າ ປະຊາຄົມສາກົນຈະພ້ອມກັນຮ່ວມແຮງຮ່ວມໃຈຕ້ານການກໍ່ການຮ້າຍ ເພື່ອບໍ່ປະໃຫ້ເກີດບັນດາເຫດການທີ່ຄ້າຍຄືກັນອີກ. ອ້າຍ ຫວູມິງລິ໊, ພະນັກງານກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ, ໃຫ້ຮູ້ວ່າ.

“ພາຍຫຼັງທີ່ວິທະຍຸກະຈາຍສຽງຫວຽດນາມ ໃຫ້ຂ່າວກ່ຽວກັບການກໍ່ການຮ້າຍຢູ່ອີຢິບ, ພວກຂ້າພະເຈົ້າມີຄວາມຄຽດແຄນ ແລະ ກ່າວປະນາມຢ່າງຮຸນແຮງຕໍ່ບັນດາການກະທຳທີ່ເຮັດໃຫ້ມີຊາວຫວຽດນາມ ຖືກເສຍຊີວິດ ແລະ ຮັບບາດເຈັບ. ເຊິ່ງແມ່ນພົນລະເມືອງຊາວຫວຽດນາມ ຄົນໜຶ່ງ, ຂ້າພະເຈົ້າປາດຖະໜາວ່າ, ຝ່າຍອີຢິບ ຈະສືບສວນເພື່ອຊອກຫາຕົວການ ແລະ ລົງໂທດຢ່າງເໝາະສົມຕໍ່ບັນດາພວກກໍ່ໂທດກຳດັ່ງກ່າວ. ຂ້າພະເຈົ້າປາດຖະໜາຈະມີສັນຕິພາບໃນທຸກໆແຫ່ງຫົນໃນທົ່ວໂລກ”.

ສ່ວນທ່ານໂຕງອັກເຊີນ, ຢູ່ຟຸ໊ກທໍ້, ຮ່າໂນ້ຍ, ຖືວ່າ.

“ຂ້າພະເຈົ້າເຫັນວ່າ, ເຫດວາງລະເບີດແມ່ນໂທດກຳທີ່ຕ້ອງກ່າວປະນາມ. ສະເໜີໃຫ້ອຳນາດການປົກຄອງອີຢິບ ຊອກໄດ້ຕົວການເພື່ອລົງໂທດຢ່າງເໝາະສົມເພື່ອບໍ່ໃຫ້ສົ່ງຜົນສະທ້ອນເຖິງຊີວິດອີນຊີ ແລະ ພົນລະເມືອງຊາວຫວຽດນາມ ທຸກຄົນ ກໍ່ຄືບັນດາປະເທດອື່ນທີ່ມາທ່ອງທ່ຽວຢູ່ອີຢິບ.”