ຊາວມຸດສະລິມນະມັດສະການປະຕິບັດພິທີແກ່ວງຫີນໃສ່ອະສູນ (ພາບ: AFP/ TTXVN) |
ປະເທດ ອາຣັບບິ ຊະອຸດິ ມີຊື່ສຽງກ່ຽວກັບການປ້ອງກັນບັນດາສະຖານທີ່ສັກສິດທີ່ສຸດຂອງສາສະໜາອິດສະລາມ, ລວມມີ ເຂດສັກສິດ Mecca ແລະ Medina ແລະ ຈັດຕັ້ງງານບຸນນະມັດສະການປະຈຳປີໃຫຍ່ທີ່ສຸດໃນໂລກ.
ປີນີ້, ມີຊາວມຸດສະລິມນະມັດສະການເກືອບ 2,5 ລ້ານຄົນ, ສ່ວນຫລາຍແມ່ນມາຈາກບັນດາປະເທດອື່ນ ເຊິ່ງໄດ້ມາ ອາຣັບບິ ຊະອຸດິ ເພື່ອເຂົ້າຮ່ວມງານບຸນທີ່ແກ່ຍາວເປັນເວລາ 5 ວັນນີ້, ພິທີສາສະໜາດັ່ງກ່າວ ເຊິ່ງໃນຊີວິດຂອງຊາວມຸດສະລິມຢ່າງໜ້ອຍສຸດຕ້ອງປະຕິບັດເທື່ອໜຶ່ງ.

