ພາບປະກອບ: REUTERS |
ວັນທີ 20 ເມສາ, ຕາມບົດລາຍງານຂອງອົງການເພື່ອຜູ້ລີ້ໄພ ຂອງ ສປຊ (UNHCR) ແລະ ອົງການອາຫານໂລກ (WFP) ແລ້ວ, ມີປະຊາຊົນຊູດັງປະມານ 10.000 ຫາ 20.000 ຄົນ ໄດ້ຫຼົບໜີສົງຄາມໄປຍັງບັນດາໝູ່ບ້ານລຽບຕາມເຂດຊາຍແດນພາຍໃນປະເທດ ສ. Chad. ກ່ອນເກີດການປະທະກັນ, ມີປະມານ 1/4 ຈຳນວນ ພົນລະເມືອງຊູດັງ ຕ້ອງປະເຊີນໜ້າກັບໄພອຶດຫິວທີ່ຮ້າຍແຮງ, ແຕ່ອົງການອາຫານໂລກ ໄດ້ຢຸດຕິຊົ່ວຄາວໜຶ່ງໃນບັນດາການເຄື່ອນໄຫວທົ່ວໂລກໃຫຍ່ທີ່ສຸດຢູ່ປະເທດນີ້ ໃນວັນທີ 15 ເມສາ ພາຍຫຼັງມີພະນັກງານຂອງອົງການ 3 ຄົນຖືກເສຍຊີວິດ.

