ທ່ານ ຫງວຽນເທກີ໋, ຜູ້ອຳນວຍການໃຫຍ່ VOVມອບໃບຍ້ອງຍໍໃຫ້ພະແນກລາຍການດົນຕີອະນຸຊົນ |
ກ່າວຄຳເຫັນນະພິທີ, ທ່ານ ຫງວຽນເທກີ໋, ຜູ້ອຳນວຍການໃຫຍ່ VOV ໃຫ້ຮູ້ວ່າ: ໃນ 60 ປີຜ່ານມາ, ຈາກລາຍການດົນຕີທີ່ໄດ້ອອກອາກາດໃນເວລາ 15 ນາທີ່ໃນແຕ່ລະມື້, ປະຈຸບັນ ໄດ້ກາຍເປັນລາຍການທີ່ເປັນຫລາຍຮູບແບບ ດ້ວຍຫລາຍເນື້ອໃນເໝາະສົມກັບເຍົາໄວ ແລະ ຄວາມຕ້ອງການຂອງບັນດານ້ອງນ້ອຍອະນຸຊົນ, ເຍົາວະຊົນ.
“ລຸ້ນອະນຸຊົນໃນຄາວນັ້ນ, ໃນປະຈຸບັນ ແລະ ພວກເຮົາທັງໝົດ ບໍ່ສາມາດຫລົງລືມບັນດາຜູ້ຈັດຕັ້ງລາຍການດົນຕີອະນຸຊົນທຳອິດນັ້ນ. ການສະເຫລີມສະຫລອງໃນມື້ນີ້ ແມ່ນໂອກາດເພື່ອໃຫ້ພວກເຮົາປຸກລຸກຄວາມເອກອ້າງທະນົງໃຈອັນໃຫຍ່ຫລວງ ກ່ຽວກັບມູນເຊື້ອຂອງປະເທດຊາດ, ຂອງຄົນລຸ້ນກ່ອນ ເພື່ອສືບຕໍ່ເດີນຕາມເສັ້ນທາງຊື່ງບັນດານັກດົນຕີ, ນັກຮ້ອງ, ນັກສິລະປິນອາຍຸສູງ, ອາຍຸນ້ອຍ ໄດ້ກໍ່ຕັ້ງ ແລະ ເພີ່ມພູນ ຄູນສ້າງ”

