ສະມາຊິກຄະນະຜະລິດຮູບເງົາ Moonlight Saigon ທີ່ພິທີສະເໜີຕົວຕໍ່ຜູ້ຊົມ

(ພາບ:Le Hoa/Vietnam+)

ຮູບເງົາ Moonlight Saigon ແມ່ນເລື່ອງລາວກ່ຽວກັບຄວາມຮັກ ພ້ອມກັບບັນດາປັດໄຈທາງອາຍາ. ຮູບເງົາເລື່ອງນີ້ ໄດ້ສະແດງໃຫ້ເຫັນເຖິງວັດທະນະທໍາຂອງມາເລເຊຍ ແລະ ຫວຽດນາມ, ມຸ່ງໄປເຖິງການຊຸກຍູ້ການພົວພັນລະຫວ່າງສອງປະເທດໃຫ້ດີງາມກວ່າເກົ່າ.

ທ່ານ Eddin Syazlee Shith ຮອງລັດຖະມົນຕີກະຊວງສື່ສານແລະຫຼາຍພາຫະນະ ມາເລເຊຍ ໄດ້ຕີລາຄາສູງຕໍ່ການຮ່ວມມືລະຫວ່າງສອງຝ່າຍ ແລະຖືວ່າ ນີ້ແມ່ນບາດກ້າວບຸກທະລຸ ເພື່ອໃຫ້ບັນດາວິສາຫະກິດທີ່ເຄື່ອນໄຫວໃນຂົງເຂດສື່ສານ ແລະ ການບັນເທີງຂອງສອງປະເທດ ຈະສືບຕໍ່ໄດ້ຮັບການເປີດກວ້າງການຮ່ວມມືໃນບັນດາຂົງເຂດອື່ນໆໃນໄລຍະຈະມາເຖິງ. ທ່ານ Eddin Syazlee Shith ຫວັງວ່າ ການຮ່ວມມືລະຫວ່າງມາເລເຊຍ ແລະ ຫວຽດນາມຄັ້ງນີ້ ຈະແມ່ນເງື່ອນໄຂເພື່ອຮ່ວມມືກັບບັນດາປະເທດອາຊຽນອື່ນອີກ.