ພິທີສະເໜີຕົວກິດຈະກຳຄົ້ນຄວ້າ ສົມທຽບກ່ຽວກັບການຄຸ້ມຄອງແຮງງານອົບພະຍົກໃນ ອາຊຽນ |
ເວທີປະໄສສົນທະນາຂັ້ນສູງ ກ່ຽວກັບແຮງງານອົບພະຍົບ ແລະ ພິທີສະເໜີຕົວກິດຈະກຳຄົ້ນຄວ້າ ສົມທຽບກ່ຽວກັບການຄຸ້ມຄອງແຮງງານອົບພະຍົກໃນ ອາຊຽນ ໂດຍກະຊວງແຮງງານ ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ຈັດຕັ້ງຂຶ້ນໃນວັນທີ 20 ເມສາ ຕາມຮູບການທາງອອນລາຍ ໂດຍມີການຊ່ວຍໜູນຈາກຄະນະເລຂາອາຊຽນ ແລະ ອົງການສົນທະນາສະຫະພາບ ເອີລົບ - ອາຊຽນ. ປັດຈຸບັນມີແຮງງານອົບພະຍົກເກືອບ 6,8 ລ້ານຄົນພາຍໃນກຸ່ມ ອາຊຽນ ໃນຈຳນວນແຮງງານ ອົບພະຍົບ ລວມທັງໝົດ 10 ລ້ານຄົນ ພວມດຳລົງຊີວິດ ແລະ ເຮັດວຽກໃນອາຊຽນ. ທ່າອ່ຽງຜັນປ່ຽນສະຖານທີ່ອອກແຮງງານຂອງແຮງງານທັງຢູ່ພາຍໃນ ແລະ ນອກອາຊຽນ ຈະນັບມື້ນັບເພີ່ມຂຶ້ນ ພ້ອມກັບບັນດາບາດກ້າວ ຂອງວິວັດການເຊື່ອມໂຍງ ແລະ ຢັ້ງຢືນຖານະບົດບາດຂອງ ອາຊຽນ ໃນທົ່ວໂລກ.

