ທ່ານລັດຖະມົນຕີ ກະຊວງອຸດສາຫະກຳການຄ້າຫວຽດນາມ ເຈີນຕ້ວນແອງ ກ່າວຄຳເຫັນທີ່ພິທີ

ນະທີ່ນີ້, ຜູ້ຕາງໜ້າກະຊວງອຸດສາຫະກຳການຄ້າຫວຽດນາມ ແລະ ບັນດາຄູ່ຮ່ວມພັດທະນາ ໄດ້ຢືນຢັນເພີ່ມທະວີການຮ່ວມມື 2 ຝ່າຍເພື່ອພັດທະນາພະລັງງານຢູ່ຫວຽດນາມ. ກ່າວຄຳເຫັນທີ່ພິທີ, ທ່ານລັດຖະມົນຕີ ກະຊວງອຸດສາຫະກຳການຄ້າຫວຽດນາມ ເຈີນຕ້ວນແອງ ເນັ້ນໜັກວ່າ :

“ ຫວຽດນາມ ແລະ ບັນດາຄູ່ຮ່ວມມືບໍ່ພຽງແຕ່ປະກາດສ້າງຕັ້ງ ກຸ່ມຄູ່ຮ່ວມມືພະລັງງານເທົ່ານັ້ນ, ຫາກຍັງສືບຕໍ່ຫັນບັນດາເນື້ອໃນຮ່ວມມືໃນ 5 ຂົງເຂດພື້ນຖານເປັນລະອຽດ. ຂົງເຂດທັງໝົດເຫຼົ່ານັ້ນ, ຈະເປັນພື້ນຖານທີ່ສຳຄັນຍິ່ງເພື່ອປະກອບສ່ວນໃນຍຸດທະສາດກ່ຽວກັບພະລັງງານແບບຍືນຍົງ ກໍຄືຕິດພັນກັບຄວາມໝັ້ນຄົງດ້ານພະລັງງານຂອງຫວຽດນາມ, ພ້ອມທັງສ້າງເງື່ອນໄຂໃຫ້ຫວຽດນາມສາມາດຍົກສູງຄຸນນະພາບຂອງການພັດທະນາ ແລະ ການເຕີບໂຕຕາມທ່າອຽງຍືນຍົງ”