|
ພາບ:vietnam+ |
ທ່ານ ຫງວຽນວັນຕວານ, ຮອງປະທານ VAFIE ໃຫ້ຮູ້ວ່າ: ພ້ອມກັບວິວັດການເຊື່ອມໂຍງ, ລະບົບກົດໝາຍຂອງຫວຽດນາມ ໄດ້ມີບັນດາການຫັນປ່ຽນກ້າວຫນ້າ, ສອດຄ່ອງກັບວິວັດການພັດທະນາເສດຖະກິດຂອງປະເທດຊາດ ແລະ ບັນດາຄຳໝັ້ນສັນຍາ, ທຳນຽມສາກົນ. ທ່ານມີຄວາມປາດຖະຫນາວ່າ ຈາກການເຈລະຈານີ້ຈະມີບັນດາຄຳເຫັນແລກປ່ຽນຢ່າງກົງໄປກົງມາກ່ຽວກັບບັນດານະໂຍບາຍສຳລັບບັນດາວິສາຫະກິດທີ່ມີເງິນລົງທຶນຂອງຕ່າງປະເທດໃນຂົງເຂດການຢາ ພິເສດແມ່ນຄຳເຫັນຂອງປະຊາຄົມວິສາຫະກິດລົງທຶນຂອງຕ່າງປະເທດໃນການດຳເນີນທຸລະກິດນຳເຂົ້າສົ່ງອອກການຢາຢູ່ຫວຽດນາມ.

