ພາບປະຈຸບັນ

ປະຈຸບັນ, ຮູບແບບໃໝ່ກ່ຽວກັບບັນຊາລົດຍົນຜ່ານເຄືອຂ່າຍອິນເຕີເນັດ EMDDI ໄດ້ຮັບອະນຸຍາດຈາກກະຊວງຄົມມະນາຄົມຂົນສົ່ງຫວຽດນາມເພື່ອເຂົ້າຮ່ວມທົດລອງຜັນຂະຫຍາຍການນຳໃຊ້ ວິທະຍາສາດ ເຕັກໂນໂລຊີໜູນຊ່ວຍການຄຸ້ມຄອງ, ເຊື່ອມຕໍ່ກັບການເຄື່ອນໄຫວຂົນສົ່ງຜູ້ໂດຍສານຕາມສັນຍາຢູ່ 7 ແຂວງ, ນະຄອນ ແລະ ໄດ້ຮັບໝາກຜົນທີ່ໜ້າຊື່ນຊົມ. ທ່ານ ເຈີນກວາງຮ່າ, ຮອງຫົວໜ້າກົມ ວິທະຍາສາດ ເຕັກໂນໂລຊີ, ກະຊວງຄົມມະນາຄົມຂົນສົ່ງ ໃຫ້ຮູ້ວ່າ : “ກະຊວງຄົມມະນາຄົມຂົນສົ່ງເຫັນ ນີ້ແມ່ນຜະລິດຕະພັນຢູ່ພາຍໃນປະເທດ, ແຕ່ໄດ້ນຳມາເຊິ່ງຄຸນປະໂຫຍດເພື່ອຮັບປະກັນຄວາມກົມກ່ຽວລະຫວ່າງການຄຸ້ມຄອງລັດເພື່ອຄຸ້ມຄອງຍານພາຫະນະ, ຄຸ້ມຄອງການເຄື່ອນໄຫວດຳເນີນທຸລະກິດຂົນສົ່ງ. ສຳລັບບັນດາຜູ້ຊົມໃຊ້ແມ່ນໄດ້ຮັບການບໍລິການທີ່ດີ, ລາຄາເໝາະສົມ. ທີ 3 ແມ່ນສຳລັບບັນດາວິສາຫະກິດຂົນສົ່ງ ແມ່ນມີຕະຫຼາດ ກໍຄືໄດ້ຮັບການສ່ອງແສງຈາກລູກຄ້າ ເພື່ອຈະສະໜອງຜະລິດຕະພັນ ການບໍລິການທີ່ດີກ່ວາເກົ່າ ”