ທ່ານນາງ ສະເຕຟານ ວີລີອາມ ຮັກສາການຜູ້ຕາງໜ້າພິເສດຂອງສະຫະປະຊາຊາດ ປະຈຳ ລີບີ (ພາບ: TTXVN) |
ບັນດາການເຈລະຈາຢູ່ ເຊີແນວ ທີ່ຈັດຂຶ້ນ ໂດຍປິ່ນອ້ອມເວທີປາໄສ ສົນທະນາດ້ານການເມືອງ ລີບີ ໄດ້ຖືກດຳເນີນໃນສະພາບການສາກົນ ພວມຊຸກຍູ້ຢ່າງແຂງແຮງ ແນໃສ່ບັນລຸວິທີການແກ້ໄຂໂດຍສັນຕິໃຫ້ແກ່ສົງຄາມກາງເມືອງ ຢູ່ ລີບີ. ທ່ານນາງ ສະເຕຟານ ວີລີອາມ ຮັກສາການຜູ້ຕາງໜ້າພິເສດຂອງສະຫະປະຊາຊາດ ປະຈຳ ລີບີ ໃຫ້ຮູ້ວ່າ ບັນດາສະມາຊິກຂອງຄະນະກຳມະການ ໃຫ້ຄຳປຶກສາ ໄດ້ສະແດງໃຫ້ເຫັນຄວາມຮັບຜິດຊອບຂອງເຂົາເຈົ້າ ດ້ວຍຈິດໃຈສ້າງສັນ, ມານະພະຍາຍາມຮ່ວມມື.
ເວທີປາໄສ ແມ່ນສ່ວນໜຶ່ງໃນຄວາມມານະພະຍາຍາມຂອງສະຫະປະຊາຊາດ ແນໃສ່ຢຸດຕິສະພາບການປັ່ນປ່ວນ ທີ່ໄດ້ມ້າງເພທຳລາຍປະເທດ ລີບີ ນີ້ ພາຍຫຼງັທີ່ປະທານາທິບໍດີ ລີບີກາດາຟີ ຖືກໂຄ່ນລົ້ມ ເມື່ອປີ 2011. ເວທີປາໄສໄດ້ບັນລຸຂໍ້ຕົນລົງສະບັບໜຶ່ງໃນປີກາຍນີ້ ເພື່ອດຳເນີນການເລືອກຕັ້ງປະທານາທິບໍດີ ແລະ ສະພາແຫ່ງຊາດ ໃນວັນທີ 24 ທັນວາ ປີ 2021 ນີ້.

