ທ່ານ Jean Pierre Lacroix ໃຫ້ຮູ້ວ່າ: ວຽກງານພວມໄດ້ຮັບການດຳເນີນຢ່າງລະອຽດ ແລະ ຕາມຂັ້ນຕອນ, ໃນນັ້ນມີການຟື້ນຟູພາລະບົດບາດຂອງຄະນະປະຕິບັດງານຂອງ ສປຊ ກ່ຽວກັບການຈັດຕັ້ງການລົງປະຊາມະຕິຢູ່ເຂດ ທາງທິດຕາເວັນຕົກ Sahara (MINURSO) ຢ່າງຄົບຖ້ວນ, ສ້າງເງື່ອນໄຂສະດວກໃຫ້ແກ່ບັນດາການເຄື່ອນໄຫວຂອງ MINURSO ຢູ່ເຂດດິນແດນທີ່ກໍ່ຄວາມໂຕ້ຖຽງກັນ Guereguerat ເພື່ອແນໃສ່ເຊື່ອມຕໍ່ວິວັດທະນາການເຈລະຈາການເມືອງຄືນໃໝ່.
ສະຫະປະຊາຊາດ ຮຽກຮ້ອງ Maroc ແລະ ແນວໂຮມ Polisario ເຊື່ອມຕໍ່ການເຈລະຈາການເມືອງຄືນໃໝ່
(VOVWORLD) - ກ່າວຄຳເຫັນຕໍ່ວົງການສື່ມວນຊົນໃນວັນທີ 15 ພຶດສະພາ ພາຍຫຼັງການພົບປະກັບທ່ານ Ramtane Lammamra, ລັດຖະມົນຕີການຕ່າງປະເທດ Algeria ຢູ່ນະຄອນຫຼວງ Algeria, ທ່ານ Jean Pierre Lacroix, ຮອງເລຂາທິການໃຫຍ່ ສປຊ ຮັບຜິດຊອບບັນດາການເຄື່ອນໄຫວຮັກສາສັນຕິພາບ ຢັ້ງຢືນຄວາມຫວັງຂອງທ່ານເລຂາທິການໃຫຍ່ Antonio Guterres, ນັ້ນແມ່ນ Maroc ແລະ ແນວໂຮມ Polisario ເຊື່ອມຕໍ່ວິວັດທະນາການເຈລະຈາການເມືອງຄືນໃໝ່.
