ຜູ້ແຫ່ຂະບວນປະທ້ວງເຕົ້າໂຮມກັນຢູ່ນະຄອນຫຼວງຂອງຊູດັງ |
ຄວາມມານະພະຍາຍາມໄກ່ເກ່ຍຂອງສະຫະປະຊາຊາດໃນຊຸມອາທິດພາຍຫຼັງການກໍ່ລັດຖະປະຫານ ໄດ້ປະສົບຜົນສຳເລັດໃນການຟື້ນຟູຕຳແໜ່ງໃຫ້ແກ່ນາຍົກລັດຖະມົນຕີ ອັບດາລາ ຮຳໂດດ. ແຕ່ເຖິງຢ່າງໃດກໍ່ຕາມເລື່ອງທ່ານຮຳໂດດ ລາອອກຈາກຕຳແໜ່ງເມື່ອອາທິດແລ້ວນີ້ ກໍ່ໄດ້ເຮັດໃຫ້ເພີ່ມທະວີຄວາມບໍ່ແນ່ນອນກ່ຽວກັບອະນາຄົດທາງດ້ານການເມືອງຢູ່ ຊູດັງ ແລະ ຂະບວນວິວັດແຫ່ງການມອບຮັບສິດອຳນາດມຸ່ງໄປສູ່ການເລືອກຕັ້ງ ຄາດວ່າຈະດຳເນີນໃນປີ 2023.

