ວັນ​ທີ 12 ສິງ​ຫາ, ສະ​ຫະ​ປະ​ຊາ​ຊາດ​ກ່າວ​ເຕືອນ​ວ່າ ເຫດບ​ຸກ​ໂຈມ​ຕີ​ແນ​ໃສ່​ກຳ​ປັ່ນ​ລຳ​ໜຶ່ງ​ຢູ່ນອກ​ຝັ່ງ​ທະ​ເລ​ໃກ້​ກັບ​ທາງ​ທິດ​ໃຕ້ ເຢ​ແມັນ ມີ​ຄວາມ​ສ່ຽງ​ເຮັດ​ໃຫ້​ເກີດ​ສະ​ພາບ​ຂາດ​ຄວາມ​ໝັ້ນ​ຄົງ​ໃນ​ການ​ເດີນ​ທະ​ເລ​ຢູ່​ທະ​ເລແດງຄືນອີກ ແລະ ເພີ່ມ​ຄວາມ​ຄາດ​ສະ​ຖ​ຽນ​ລະ​ພາບ​ຕໍ່​ລະ​ບົບ​ສະ​ໜອງ​ທົ່ວ​ໂລກ.

ສະ​ຫະ​ປະ​ຊາ​ຊາດ​ກ່າວ​ເຕືອນ​ວ່າ ເຫດ​ການ​ໄດ້​ສ້າງ​ຄວາມ​ວິ​ຕົກ​ກັງ​ວົນ​ຢ່າງ​ເລິກ​ເຊິ່ງ​ກ່ຽວ​ກັບ​ຄວາມ​ປອດ​ໄພ​ຂອງ​ລູກ​ເຮືອ ແລະ ການ​ເຄື່ອນ​ໄຫວ​ຂອງ​ບັນ​ດາ​ເສັ້ນ​ທາງ​ຂົ​ນ​ສົ່ງ​ທາງ​ທະ​ເລ​​ທີ່ໄປ​ຜ່ານ​ທະ​ເລແດງ, ຊ່ອງ​ແຄບ​ທະ​ເລ Bab al-Mandab ແລະ ຄອງ​ເໝືອງ Suez. ນີ້​ແມ່ນ​ແລວ​ຂົນ​ສົ່ງ​ທາງ​ທະ​ເລ​ຍຸດ​ທະ​ສາດ, ເຊື່ອມ​ຕໍ່​ ອາ​ຊີ​ ກັບ ເອີ​ລົບ ແລະ ສວມ​ບົດ​ບາດ​ສຳ​ຄັນ​ພິ​ເສດ​ຕໍ່​ການ​ຂົນ​ສົ່ງ​ຕູ້​ຄອນ​ແທນ​ເນີ, ພະ​ລັງ​ງານ, ວັດ​ຖຸ​ດິບ ແລະ ສິ​ນ​ຄ້າ​ທີ່​ຈຳ​ນ​ເປັນ​ຫຼາຍ​ປະ​ເພດ​ໃນ​ຂອບ​ເຂດ​ທົ່ວ​ໂລກ.