ເຫດບຸກໂຈມຕີກໍ່ການຮ້າຍເຮັດໃຫ້ 128 ຄົນເສຍຊີວິດ ແລະ ປະມານ 200 ຄົນຖືກຮັບບາດເຈັບ

(ພາບ: AFP/TTXVN)

ໃນແຈ້ງການທາງສື່ມວນຊົນ, ສະພາຄວາມໝັ້ນຄົງສະຫະປະຊາຊາດ ໄດ້ສົ່ງຄຳແບ່ງເບົາຄວາມເສົ້າສະຫຼົດໃຈມາຍັງບັນດາຄອບຄົວຜູ້ປະສົບເຄາະຮ້າຍ, ກໍຄືລັດຖະບານປາກິດສະຖານ ແລະ ອວຍພອນໃຫ້ບັນດາຜູ້ຖືກຮັບບາດເຈັບຈະຟື້ນຟູສຸຂະພາບໂດຍໄວ. ສະພາຄວາມໝັ້ນຄົງສະຫະປະຊາຊາດໄດ້ເນັ້ນໜັກເຖິງຄວາມຈຳເປັນຕ້ອງພາຕົວບັນດາຜູ້ຕ້ອງຮັບຜິດຊອບຕໍ່ສານ, ພ້ອມທັງກະຕຸກຊຸກຍູ້ບັນດາປະເທດສະມາຊິກສະຫະປະຊາຊາດຮ່ວມມືກັບລັດຖະບານປາກິດສະຖານ ພ້ອມກັບບັນດາອົງການທີ່ກ່ຽວຂ້ອງ.

ແລະກໍ່ໃນວັນດຽວກັນ, ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonio Guterres ກໍກ່າວປະນາມເຫດບຸກໂຈມຕີຢ່າງຮຸນແຮງຢູ່ປາກິດສະຖານ, ພ້ອມທັງຢືນຢັນວ່າ, ສະຫະປະຊາຊາດຈະຮຽງບ່າຮຽນໄຫຼ່ກັບປະເທດນີ້ໃນການຕໍ່ສູ້ຕ້ານການກໍ່ການຮ້າຍ.