|
(ພາບປະກອບ: AFP/TTXVN) |
ສະພາຄວາມໝັ້ນຄົງສະຫະປະຊາຊາດລວມມີ 15 ປະເທດສະມາຊິກ, ໄດ້ສະໜັບສະໜູນທຸກໆແຜນການຂອງທ່ານ Ghasan Salame, ທູດພິເສດຂອງສະຫະປະຊາຊາດຢູ່ລີບີ ກ່ຽວກັບວິວັດທະນາການສ້າງສັນຕິພາບຄືນໃໝ່, ຈັດແບ່ງສິດອຳນາດ ແລະ ບັນດາການເລືອກຕັ້ງສະພາແຫ່ງຊາດ ແລະ ປະທານາທິບໍດີລີບີ, ຄາດວ່າຈະຖືກດຳເນີນໃນເດືອນກໍລະກົດ 2018. ໃນຖະແຫຼງການຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ ໄດ້ສົ່ງເສີມໃຫ້ທຸກໆຄົນຢູ່ລີບີ ຮ່ວມມືນຳກັນດ້ວຍຈິດໃຈປະນິປະນອມຕັ້ງໜ້າເຂົ້າຮ່ວມວິວັດທະນາການການເມືອງຮອບດ້ານ.

