(ພາບປະກອບ: EPA/TTXVN)

ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonio Guterres ໄດ້ເນັ້ນໜັກເຖິງໂຄງການດຳເນີນງານເປົ້າໝາຍພັດທະນາແບບຍືນຍົງ, ໃຫ້ຄຳໝັ້ນສັນຍາຮັບປະກັນໃຫ້ໂລກມີຄວາມວັດທະນາຖາວອນ, ກໍ່ຄືສ້າງບັນດາສັງຄົມສັນຕິພາບ ແລະ ສະໝ່ຳສະເໝີ. ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonio Guterres ໄດ້ຮຽກຮ້ອງໃຫ້ປະຊາຄົມສາກົນ ແກ້ໄຂບັນດາສາຍເຫດຕົ້ນຕໍຂອງຄວາມອຶດຫິວ, ທຸກຍາກ ເພື່ອລົບລ້າງບັນຫານີ້ຢ່າງຮອບດ້ານ.