ທ່ານ Jean Pierre Lacroix ຮອງເລຂາທິການໃຫຍ່ ສປຊ ຮັບຜິດຊອບການເຄື່ອນໄຫວສັນຕິພາບ ໄດ້ຮຽກຮ້ອງ ພາຍຫລັງຂໍ້ຕົກລົງນີ້ໄດ້ຮັບການລົງນາມ ໂລກ ຈົ່ງພ້ອມກັນເຄື່ອນໄຫວເພື່ອປະຕິບັດຂໍ້ຕົກລົງດັ່ງກ່າວຢ່າງມີປະສິດທິຜົນ
ທ່ານ Firmin Ngrebad ຫົວຫນ້າຄະນະເຈລະຈາຂອງລັດຖະບານ ສ. ອາຟຼິກາ ກາງ ສະແດງຄວາມຕັດສິນໃຈໃນການລົບລ້າງບັນດາຄວາມລະແວງສົງໃສຂອງບັນດາກຸ່ມປະກອບອາວຸດເຂົ້າຮ່ວມຂໍ້ຕົກລົງ ແລະ ເນັ້ນຫນັກເຖິງການສະຫນັບສະຫນູນຂອງປະຊາຊົນປະເທດນີ້ສຳລັບຂໍ້ຕົກລົງ ຈະອະນຸຍາດໃຫ້ “ສ. ອາຟຼິກາ ກາງ ເຂົ້າຮ່ວມເສັ້ນທາງໄກ່ເກ່ຍປອງດອງ ແລະ ພັດທະນາ”
