ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonio Guterres

(ພາບ: Kyodo/TTXVN)

ຜ່ານນັ້ນເພື່ອແນໃສ່ຊ່ວຍຫຼີກລ້ຽງຄວາມເສຍຫາຍໃຫ້ສາມັນຊົນ ຖ້າຫາກລັດຖະບານຊີຣີ ດຳເນີນການບຸກໂຈມຕີຄັ້ງໃຫຍ່ແນໃສ່ປົດປ່ອຍແຂວງ Idlib. ໃນຄຳກ່າວປາໄສວັນທີ 18 ກັນຍາ, ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonio Guterres ໄດ້ຮຽກຮ້ອງໃຫ້ຝ່າຍທີ່ປະທະກັນຢູ່ຊີຣີ ທັງໝົດ ຈົ່ງຮ່ວມມືກັນເພື່ອຜັນຂະຫຍາຍຂໍ້ຕົກລົງດັ່ງກ່າວ ແລະ ຮັບປະກັນການຊ່ວຍເຫຼືອດ້ານມະນຸດສະທຳຢູ່ບັນດາເຂດຂອງ Idlib ທັງໝົດ, ເຊິ່ງປະຈຸບັນແມ່ນບ່ອນທີ່ມີສາມັນຊົນພວມດຳລົງຊີວິດຢູ່ກວ່າ 3 ລ້ານຄົນ.

ຂໍ້ຕົກລົງສ້າງຕັ້ງເຂດປອດການທະຫານຢູ່ແຂວງ Idlib ໄດ້ຮັບຖືວ່າ ແມ່ນບາດກ້າວບຸກທະລຸເພື່ອແນໃສ່ແກ້ໄຂຄວາມບໍ່ລົງລອຍກັນລະຫວ່າງລັດເຊຍ ແລະ ຕວກກີ ກ່ຽວກັບບັນຫາ Idlib. ລັດເຊຍ ແລະ ຕວກກີ ຈະປະຕິບັດການລາດຕາເວນຮ່ວມຢູ່ Idlib.