ທ່ານເວືອງດິ່ງເຫ້ວ, ຮອງນາຍົກລັດຖະມົນຕີ ຫວຽດນາມ ເປັນປະທານກອງປະຊຸມ |
ກອງປະຊຸມໄດ້ສຸມໃສ່ຕີລາຄາບັນດາໝາກຜົນທີ່ບັນລຸໄດ້ໃນຂົງເຂດກໍ່ຄືບັນດາຂໍ້ຈຳກັດ ແລະ ສາເຫດ, ບົດບາດຂອງ ເສດຖະກິດລວມໝູ່ໃນຂົງເຂດທີ່ບໍ່ແມ່ນການກະສິກຳສຳລັບການພັດທະນາເສດຖະກິດ - ສັງຄົມ. ພ້ອມທັງສະເໜີເປົ້າໝາຍ, ທັດສະນະ ແລະ ບັນດາມາດຕະການຕົ້ນຕໍໃນການຍົກສູງປະສິດທິຜົນເສດຖະກິດລວມໝູ່ໃນຂົງເຂດທີ່ບໍ່ແມ່ນການກະສິກຳໃນໄລຍະຈະມາເຖິງ.
ຕາມສະຫະພັນສະຫະກອນ ຫວຽດນາມແລ້ວ, ໃນ 15 ປີທີ່ຜ່ານມາ, ກົນໄກ, ນະໂຍບາຍບຸລິມະສິດ, ໜູນຊ່ວຍພັດທະນາ ເສດຖະກິດລວມໝູ່ໃນຂົງເຂດ ສະຫະກອນບໍ່ແມ່ນການກະສິກຳນັບມື້ນັບສົມບູນແບບ. ໃນໄລຍະແຕ່ ປີ 2003 – 2018, ຈຳນວນສະຫະກອນທີ່ບໍ່ແມ່ນການກະສິກຳສ້າງຕັ້ງໃໝ່ບັນລຸໄດ້ 8000 ແຫ່ງ ແລະ ສະຫະພັນສະຫະກອນ 25 ແຫ່ງ.

