ສຳ​ພັນ​ທ​ະ​ມິດ​ໂດຍ Saudi Arabia ນຳ​ໜ້າ​ປັດ​ຈຸ​ບັນ​ພວມ​ດຳ​ເນີນ​ບັນ​ດາ​ບັ້ນ​ບຸກ​ໂຈມ​ຕີ​ຂະ​ໜາດ​ໃຫຍ່​ຕ້ານ​ກຳ​ລັງ Houthi ຢູ່ ເຢ​ແມນ. ທ່ານ ພົນ​ຈັດ​ຕະ​ວາ Turki Al-Malki, ໂຄ​ສົກ​ສຳ​ພັນທະ​ມິດຟື້ນ​ຟູ​ອົງ​ການ​ປົກ​ຄອງ​ຖືກ​ຕ້ອງຕາມ​ກົດ​ໝາຍ​ຢູ່ ​ເຢ​ແມນ ​ໂດຍ Saudi Arabia ນຳ​ໜ້າ, ໃຫ້​ຮູ້​ວ່າ ບັນ​ດາ​ເປົ້າ​ໝາຍ ແລະ ກຳລັງ​ທີ່​ແຕກ​ຕ່າງ​ກັນ​ຂອງ Houthi ໄດ້ຖືກ​ເລັງ​ໃສ່, ພິ​ເສດ​ແມ່ນ​ເຄືອ​ຂ່າຍ​ລູກ​ສອນ​ໄຟ​ນຳ​ວິ​ຖີ ແລະ ບັນ​ດາ​ການ​ບຸກ​ໂຈມ​ຕີ​ຂອງສຳ​ພັນ​ທຳ​ມິດ​ໄດ້​ທຳ​ລາຍ 136 ​ເປົ້າ​ໝາຍ​ການ​ທະ​ຫານ​ຂອງ Houthi.

ໃນ​ຂະ​ນະ​ນັ້ນ, ສື່ມວນ​ຊົນ​ພາກ​ພື້ນ​ໃຫ້​ຮູ້​ວ່າ ​ມີ​ຢ່າງ​ໜ້ອຍ​ສຸດ 12 ຄົນ​ເສຍ​ຊີ​ວິດ​ໃນ​ເຫ​ດ​ບຸກ​ໂຈມ​ຕີ​ທີ່ເລັງ​ໃສ່​ສະ​ໜາມ​ບິນ​ສາ​ກົນ King Khalid ຢູ່​ນະ​ຄອນຫຼວງ Riyadh, ໃນ​ວັນ​ທີ 10 ຕຸ​ລາ. ຈົນ​ຮອດ​ຕອນ​ເຊົ້າ​ວັນ​ທີ 11 ຕຸ​ລາ, ບໍ່​ມີ​ຝ່າຍ​ໃດ​ອອກມາຮັບ​ຜິດ​ຊອບ​ກ່ຽວ​ກັບ​ການ​ບຸກ​ໂຈມ​ຕີ. ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ ໃຫ້​ຮູ້​ວ່າ ວໍ​ຊິງ​ຕັນ ອາດ​ພິ​ຈາ​ລະ​ນາເຂົ້າ​ຮ່ວມ​ການ​ບັນ​ດາ​ກະ​ທຳ​ໂຕ້​ຕອບ​ກຳ​ລັງ Houthi, ພາ​ຍຫຼັງ​ເຫດ​ບຸກ​ໂຈມ​ຕີ​ເລັງ​ໃສ່​ສະ​ໜາມ​ບິນ​ສາ​ກົນ King Khalid.