ພະອາຈານ ທິກດົ່ງເຫວ້ ມອບເຂົ້າສານຈໍານວນ 100 ໂຕນ ເພື່ອຊ່ວຍເຫຼືອຜູ້ປະສົບເຄາະຮ້າຍຈາກພະຍຸເຂດຮ້ອນ Idai ແລະ Kenneth (ພາບ: TTXVN) |
ພະອາຈານ ທິກດົ່ງເຫວ້ ໄດ້ຝາກຄໍາຢື້ຢາມຖາມຂ່າວຂອງສູນກາງສະມາຄົມພຸດທະສາສະໜາ ແລະ ບັນດາອົງການກ່ຽວຂ້ອງຂອງຫວຽດນາມ ເຖິງອໍານາດການປົກຄອງ, ປະຊາຊົນປະຈໍາຖິ່ນ ແລະ ຫວັງວ່າເຂົ້າສານຈໍານວນ 100 ໂຕນນັ້ນ ຈະປະກອບສ່ວນຊ່ວຍເຫຼືອບັນດາຜູ້ປະສົບເຄາະຮ້າຍຫຼຸດພົ້ນອອກຈາກຄວາມຫຍຸ້ງຍາກໄດ້ສ່ວນໃດສ່ວນໜຶ່ງ.
ທ່ານນາງ Augusta Maita, ຜູ້ອໍານວຍການໃຫຍ່ ອົງການຄຸ້ມຄອງໄພທໍາມະຊາດສູນກາງຂອງ ໂມຊໍາບິກ ໄດ້ຝາກຄວາມຂອບອົກຂອບໃຈ ແລະ ຕີລາຄາສູງການໜູນຊ່ວຍອັນລໍ້າຄ່າ, ທັນການ ທັງດ້ານວັດຖຸ ແລະ ຈິດໃຈ ຂອງ ສູນກາງສະມາຄົມພຸດທະສາສະໜາຫວຽດນາມ, ລັດຖະບານ ແລະ ປະຊາຄົມພຸດທະສາສະນິກກະຊົນຫວຽດນາມ.

