ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳລາຊະອານາຈັກ ອັງກິດ ເຈີ່ນງອັກອານ (ພາບ: Vietnamplus) |
ກ່າວຄຳເຫັນທີ່ກອງປະຊຸມໃຫຍ່, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳລາຊະອານາຈັກ ອັງກິດ ເຈີ່ນງອັກອານ ໄດ້ຮຽກຮ້ອງປະຊາຄົມຊາວ ຫວຽດນາມ ຢູ່ອັງກິດ ພ້ອມກັນຮ່ວມແຮງຮ່ວມໃຈປະກອບກຳລັງເຫື່ອແຮງສ້າງສະມາຄົມໃຫ້ໝັ້ນຄົງເຂັ້ມແຂງ, ສາມັກຄີ, ຜູກພັນກັນ ແລະ ຊ່ວຍເຫຼືອກັນສ້າງຊີວິດການເປັນຢູ່ໃຫ້ຜາສຸກ ແລະ ຍາດໄດ້ຜົນງານຫລາຍຢ່າງ. ປະຊາຄົມຊາວ ຫວຽດນາມ ສືບຕໍ່ຊ່ວຍເຫຼືອລຸ້ນໜຸ່ມ ຫວຽດນາມ ຢູ່ ອັງກິດ ຕິດພັນກັບວັດທະນະທຳ ແລະ ປະເທດຊາດ ຫວຽດນາມ ໂດຍຜ່ານບັນດາການເຄື່ອນໄຫວພົວພັນແລກປ່ຽນວັດທະນະທຳ ແລະ ການເປີດບັນດາຊຸດຮຽນພາສາຫວຽດນາມ.

