ຫົວໜ້າກົມຄຸ້ມຄອງການເດີນເຮືອ Cuba, Jose Joaquin Prado Falero (ຂາວ) ແລະ ຜູ້ອຳນວຍການການຄ້າ ທ່າກ່ຳປັ່ນ Houston Ricky Kunz ໃນການເຊັນເອກະສານຢູ່ທະນຄອນຫຼວງ ລາຮາວານ (ພາບ: EPA/TTXVN)

ຂໍ້ສະເໜີຂອງສະມາຊິກສະພາແຫ່ງຊາດ Wyden, ສະມາຊິກກຳມາທິການການເງິນສະພາສູງ ອາເມລິກາ, ມຸ່ງໄປເຖິງການລົບລ້າງການປິດລ້ອມຂວ້ຳບາດຂອງ ອາເມລິກາ ສຳລັບ ກູບາ ທີ່ແກ່ຍາວເປັນເວລາ 55 ປີ. ເອກະສານສະບັບນີ້ຍັງໄດ້ຮັບການສະໜັບສະໜູນຈາກສະມາຊິກສະພາສູງ ສັງກັດ ພັກປະຊາທິປະໄຕ 6 ຄົນອື່ນ. ທ່ານ Wyden ແມ່ນໜຶ່ງໃນຈຳນວນສະມາຊິກສະພາສູງ ອາເມລິກາ ເຄີຍເປີດເຜີຍສະແດງການຄັດຄ້ານໃນເດືອນ ມິຖຸນາ ຜ່ານມາ ສຳລັບຂໍ້ຕົກລົງຂອງທ່ານປະທານາທິບໍ Donald Trump ກ່ຽວກັບການຍູ້ຖອຍວິວັດທະນາການສ້າງການພົວພັນກັບ ກູບາ ເປັນປົກກະຕິ.